ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ໃຫ້ຄໍາຖາມເຈາະຈີ້ມ ຕໍ່ກັບບົດລາຍງານ ກ່ຽວກັບການຄົ້ນຄວ້ານະໂຍບາຍສົ່ງເສີມພິເສດ ໃຫ້ນິຄົມອຸດສາຫະກຳ ອໍາມະຕະ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍໄດ້ເຈາະຈີ້ມ 3 ຈຸດສໍາຄັນ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄໍາເຫັນ ຕໍ່ການສະເໜີການຄົ້ນຄວ້ານະໂຍບາຍດັ່ງກ່າວ ຂອງລັດຖະບານ ໂດຍແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານຂຶ້ນລາຍງານ.
1) ໃນວັກທີ 4, ມາດຕາ 64 ຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບ
ປັບປຸງ ປີ 2024 ສາມາດກຳນົດນະໂຍບາຍສູງກວ່າກົດໝາຍກ່ຽວຂ້ອງກຳນົດ, ຊຶ່ງລັດຖະບານໄດ້ຄົ້ນຄວ້າສະເໜີຂໍການຍົກເວັ້ນອາກອນກຳໄລ ໄລຍະ 30 ປີ ໃຫ້ນິຄົມອຸດສາຫະກຳອຳມະຕະ ເຫັນວ່າສູງກວ່າກົດໝາຍກຳນົດ 15 ປີ, ເພື່ອຄວາມເປັນເອກະພາບ ບັນດາທ່ານສະມາຊິກສະພາແຫ່ງຊາດ ເຫັນວ່າການຄົ້ນຄວ້ານະໂຍບາຍດັ່ງກ່າວ ແມ່ນມີຄວາມເໝາະສົມ ແລະ ແທດເໝາະ ກັບຈຸດພິເສດຂອງ ສປປ ລາວ ກໍຄືທ້ອງຖິ່ນ ຄືແນວໃດ? ເພື່ອຮັບປະກັນການຊຸກຍູ້ສົ່ງເສີມດຶງດູດເອົາການລົງທຶນ ເຂົ້າມາພັດທະນາປະເທດ ຄຽງຄູ່ກັບຜົນປະໂຫຍດຂອງປະຊາຊົນ ແລະ ບໍ່ສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃນໄລຍະຍາວ;
2) ສໍາລັບກິດຈະການສົ່ງເສີມພິເສດ 04 ກິດຈະການ ຕາມມາດຕາ 9 ຂອງຮ່າງດຳລັດ
ວ່າດ້ວຍນິຄົມອຸດສາຫະກຳ ອຳມະຕະ ທີ່ຈະໄດ້ຮັບການຍົກເວັ້ນອາກອນກຳໄລ ໄລຍະ 30 ປີນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ເຫັນວ່າ ກິດຈະການດັ່ງກ່າວມີຄວາມເໝາະສົມແລ້ວບໍ່ ຫຼື ຄວນມີກິດຈະການອື່ນເພີ່ມຕື່ມ ຄືແນວໃດ?;
3) ເພື່ອຮັບປະກັນການລົງທຶນ ໄປຄຽງຄູ່ກັບການພັດທະນາທ້ອງຖິ່ນ ຕິດພັນກັບການດໍາ
ລົງຊີວິດຂອງປະຊາຊົນ ລວມທັງຊຸກຍູ້ສົ່ງເສີມໃຫ້ມີການນຳໃຊ້ແຮງງານພາຍໃນ ໂດຍສະເພາະແຮງງານຈາກທ້ອງຖິ່ນ ທີ່ນິຄົມອຸດສາຫະກໍາຕັ້ງຢູ່, ບັນດາທ່ານສະມາຊິກສະພາແຫ່ງຊາດເຫັນຄວນໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນ ມີພັນທະປະກອບສ່ວນຕໍ່ບັນຫາດັ່ງກ່າວ ຄືແນວໃດ?.



