ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າຄອງນະຄອນຕິດຕາມການກຽມຄວາມພ້ອມກອງປະຊຸມເຈົ້າຄອງອາຊຽນ

Sep 12, 2024

ວັນທີ 10 ກັນຍາ 2024, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫຼວງວຽງຈັນໄດ້ລົງຕິດຕາມການກະກຽມຄວາມພ້ອມຈັດກອງປະຊຸມເຈົ້າຄອງອາຊຽນ (MGMAC) ກອງປະຊຸມເວທີເຈົ້າຄອງອາຊຽນ (AMF) ແລະ ກອງປະຊຸມເຄືອຄ່າຍບັນດານະຄອນອາຊີຕາເວັນອອກສຽງໃຕ້ຂອງສະມາຄົມທີ່ນຳໃຊ້ພາສາຝຣັ່ງ (AIMF) ທີ່ຈະຈັດຂຶ້ນໃນວັນທີ 16-20 ກັນຍາ 2024 ຢູ່ນະຄອນຫຼວງວຽງຈັນ.
. ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ ຕິດຕາມເບິ່ງຄວາມພ້ອມຂອງສະຖານທີ່ຈະຈັດກອງປະຊຸມສຳຄັນດັ່ງກ່າວຢູ່ຫໍປະຊຸມແຫ່ງຊາດ ພ້ອມທັງໄດ້ຮັບຟັງການລາຍງານແລະແລກປ່ຽນຄໍາຄິດເຫັນກ່ຽວກັບແຜນວຽກຂອງອະນຸກຳມະການຕ່າງໆເປັນຕົ້ນ ອະນຸກຳມະການພິທີການ ເນື້ອໃນ ແລະ ສະຖານທີ່ຈັດກອງປະຊຸມ ເພື່ອກຽມຄວາມພ້ອມຢ່າງຮອບດ້ານ ໃນການດຳເນີນກອງປະຊຸມ ແລະ ວຽກປິ່ນອ້ອມອື່ນໆໃຫ້ມີຜົນສຳເລັດຕາມລະດັບຄາດ ໝາຍທີ່ວາງໄວ້.
ພ້ອມນີ້ທ່ານເຈົ້າຄອງນະຄອນຫຼວງ ໄດ້ໃຫ້ທິດຊີ້ນໍາ ແລະ ຮຽກຮ້ອງໃຫ້ແຕ່ລະອະນຸກຳມະການເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕາມການມອບໝາຍ ແລະ ເປັນເຈົ້າການຜັນຂະຫຍາຍຂໍ້ຕົກລົງກ່ຽວກັບການຮັບໃຊ້ກອງປະຊຸມຄັ້ງນີ້ໃຫ້ຖືກຕ້ອງ ມີ ການວາງແຜນ ແລະ ກຽມຄວາມພ້ອມຢ່າງຮອບດ້ານ ພ້ອມໃຫ້ທຸກພາກສ່ວນ ເປັນເຈົ້າການ ແລະ ມີສ່ວນຮ່ວມນຳກັນໃນການຈັດຕັ້ງປະຕິບັດວຽກງານ ໃຫ້ມີການປະ ສານສົມທົບປະສານງານກັນຢ່າງກົມກຽວ ພ້ອມທັງໃຫ້ຮັບປະກັນໄດ້ຄວາມສະຫງົບປອດໄພ ເປັນລະບຽບຮຽບຮ້ອຍ ເຮັດໃຫ້ການດຳເນີນກອງປະຊຸມ ທີ່ຕິດພັນກັບວຽກປິ່ນອ້ອມ ແລະ ກິດຈະກຳຕ່າງໆມີຄວາມສະດວກສະບາຍ ແລະ ມີຜົນສຳເລັດຢ່າງຈົບງາມ.
ຂ່າວ: ວຽງຈັນໃຫມ່