ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າຄອງນະຄອນຫລວງປະເທດສະມາຊິກອາຊຽນເຫັນດີເປັນເອກະພາບຕໍ່ຫລາຍບັນຫາ

Sep 19, 2024

ເຈົ້າຄອງນະຄອນຫລວງປະເທດສະມາຊິກອາຊຽນເຫັນດີເປັນເອກະພາບຕໍ່ຫລາຍບັນຫາທີ່ນໍາມາຄົ້ນຄ້ວາພິຈາລະນາໃນກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ຊື່ງຈັດຂື້ນໃນວັນທີ 19 ກັນຍາ 2024 ພ້ອມ ທັງຮຽກຮ້ອງໃຫ້ບັນດາເຈົ້າຄອງນະຄອນ ຫລວງປະເທດສະມາຊິກອາຊຽນເຫັນໄດ້ຮັບຜິດຊອບ ແລະພັນທະໜ້າທີ່ໃນພາລະກິດການເຊື່ອມຈອດອາຊຽນ ເຊີ່ງເປັນພັນທະສຳຄັນເພື່ອສ້າງນະຄອນໃຫ້ເປັນນະຄອນທີ່ມີຄວາມຍືນຍົງ, ໜ້າຢູ່ ແລະ ຮັບປະກັນຄວາມປອດໄພຈາກການປ່ຽນ ແປງສະພາບອາກາດ, ສີຂຽວ ແລະ ມີຄວາມສີວິໄລ.
ໃນໂອກາດກ່າວປິດກອງປະຊຸມຢ່າງເປັນທາງການ ທ່ານອາດສະພັງທອງ ສີພັນດອນ, ເຈົ້າຄອງນະ ຄອນຫຼວງວຽງຈັນ ມີຄໍາເຫັນວ່າ: ການປຶກສາຫາລືການແລກປ່ຽນປະສົບການ ແລະ ການ ສະໜອງຂໍ້ມູນຕາມ ຄໍາຂັວນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມເເຂງ ເພື່ອການພັດທະນາເເບບຍືນຍົງຂອງບັນດານະຄອນອາຊຽນ ແລະ 5 ຫົວຂໍ້ : ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ; ການທ່ອງທ່ຽວສີຂຽວ; ການພັດທະນາເສດຖະກິດແບບຍືນຍົງ; ຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມເຂັ້ມ ແຂງທົນທານຕໍ່ການປ່ຽນແປງສະພາບອາກາດທີ່ນໍາມາແລກປ່ຽນໃນກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນຢ່າງຍິ່ງ, ຊື່ງສ່ອງແສງເຖີງຄວາມຈໍາເປັນທີ່ຕ້ອງໄດ້ເພີ່ມທະວີການຕໍ່ການເຊື່ອມຈອດຂອງບັນດານະຄອນອາຊຽນ ເພື່ອສ້າງຄວາມເຂັ້ມແຂງຮ່ວມກັນໃນອານາຄົດ.
ພ້ອມທັງຫວັງວ່າບັນດານະຄອນຈະຫາຊ່ອງທາງຊ່ວຍເຫຼືອຊື່ງກັນ ແລະ ກັນ ເພື່ອຫລຸດ ຜ່ອນຄວາມແຕກໂຕນກັນດ້ານຄຸນນະພາບຊິວິດຂອງຊາວເມືອງ ແລະ ຊາວນະຄອນອາຊຽນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ກອງປະຊຸມຄັ້ງນີ້ຍັງໄດ້ມອບໜ້າທີ່ໃຫ້ນະ ຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ຊື່ງຈະເປັນເຈົ້າພາບກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ ໃນປີ 2025.