ເຈົ້າຄອງນະຄອນຫຼວງວຽງຈັນ ພົບປະ ສະຫາຍ ຫງວຽນ ວັນ ເດືອກ ໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນໂຮ່ຈີ່ມິນ

ໃນວັນທີ 30 ເມສາ 2025 ຜ່ານມາ ທີ່ຫ້ອງການຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ເຂົ້າພົບປະໂອ້ລົມກັບ ສະຫາຍ ຫງວຽນ ວັນ ເດືອກ ກຳມະການສູນກາງພັກ ຮອງເລຂາຄະນະພັກ ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນໂຮ່ຈິມິນ ສສ ຫວຽດນາມ ແຕ່ວັນທີ 29 ເມສາ-1 ພຶດສະພາ 2025.
ການພົບປະຄັ້ງນີ້ ສະຫາຍ ຫງວຽນ ວັນ ເດືອກ ໄດ້ໃຫ້ການຕ້ອງຮັບຢ່າງອົບອຸ່ນ ພ້ອມຕີລາຄາສູງຕໍ່ການ ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ນະຄອນໂຮ່ຈິມີນ ເຊິ່ງເປັນການປະກອບສ່ວນໃນການເສີມສ້າງໄມຕີຈິດມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ໂດຍສະເພາະ ນະຄອນຫຼວງວຽງ ຈັນ ແລະ ນພຄອນໂຮຈີມິນ.
ໂອກາດດັ່ງກ່າວ ສະຫາຍ ອາດສະພັງທອງ ສີພັນດອນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງ ສະຫາຍ ຫງວຽນ ວັນ ເດືອກ ທີ່ໄດ້ໃຫ້ກຽດເຊື້ອເຊີນ ແລະ ຮັບຕ້ອນ ຄະນະຜູ້ແທນຈາກນະຄອນຫຼວງວຽງຈັນ ໃນການເດີນທາງມາເຂົ້າຮ່ວມພີທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ພ້ອມນີ້ ກໍຂໍສະແດງຄວາມຊົມເຊີຍຕໍ່ສະຫາຍ ໃນການປະຕິບັດໜ້າທີ່ເປັນ ປະທານ ຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ ເຊິ່ງຖືວ່າເປັນຄັ້ງທຳອິດ ທີ່ພວກເຮົາໄດ້ພົບປະກັນ ພາຍຫຼັງທີ່ສະຫາຍໄດ້ມາຮັບ ໜ້າທີ່ໄດ້ 2 ເດືອນຜ່ານມາ.
ພ້ອມນັ້ນ ສະຫາຍ ສະຫາຍ ອາດສະພັງທອງ ສີພັນດອນ ຍັງໄດ້ຕີລາຄາສູງ ຕໍ່ໝາກຜົນການ ຜັນຂະຫຍາຍຈັດຕັ້ງ ປະຕິບັດ ບັນດາເນື້ອໃນ ບົດບັນທຶກການຮ່ວມມື ທີ່ສອງນະຄອນ ໄດ້ລົງນາມ ຮ່ວມກັນ ໃນປີ 2021 ຈົນເຖິງປັດຈຸບັນ ເຊິ່ງຫຼາຍໜ້າວຽກແມ່ນມີຄວາມຄືບໜ້າດີ ເຊັ່ນ: ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການ ຂອງສອງນະຄອນ ແມ່ນໄດ້ດຳເນີນໄປຢ່າງມີປະສິດທິຜົນສູງ ໄດ້ມີການເດີນທາງໄປມາຫາສູ່ກັນຢ່າງເປັນປົກກະຕິ ຮັກສາໄດ້ເຖິງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະນະຄອນຫຼວງວຽງຈັນ ແລະ ນະຄອນໂຮຈີມິນ ພ້ອມນັ້ນ ກໍໄດ້ມີການຊ່ວຍເຫຼືອທາງດ້ານວັດຖຸ ທຶນຮອນຈຳນວນໜຶ່ງ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາ ນະຄອນຫຼວງວຽງຈັນ ຢ່າງຕໍ່ເນື່ອງ.
ສຳລັບການເດີນທາງຂອງ ສະຫາຍ ອາດສະພັງທອງ ສີພັນດອນ ພ້ອມຄະນະໃນຄັ້ງນີ້ ແມ່ນໄດ້ເຂົ້າຮ່ວມ ພິທີເປີດສັນຍາລັກມິດຕະພາບ ຢູ່ ສວນສາທາລະນະ ເບັ່ນ ແບ໋ກ ດັ່ງ ເຂົ້າຮ່ວມງານພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ (30 ເມສາ 1975-30 ເມສາ 2025) ຄົບຮອບ 50 ປີ ທີ່ຖະໜົນ ເລ ຢວນ ເຂົ້າຢ້ຽມຂໍ່ານັບ ບັນດາອາດີດການນຳຂັ້ນສູງ ຂອງ ສສ ຫວຽດນາມ ສະຫາຍ ເຈືອງ ເຕີ່ນ ຊາງ ອາດີດ ກຳມະການກົມການເມືອງສູນກາງພັກ ອາດີດ ປະທານປະເທດ ແຫ່ງ ສສ ຫວຽດນາມ ສະຫາຍ ຫງວຽນ ເຕີ່ນ ຢຸງ ອາດີດ ກຳມະການກົມການເມືອງສູນກາງພັກ ອາດີດ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ຢ້ຽມຊົມສະຖານທີ່ສຳຄັນຕ່າງໆຂອງນະຄອນໂຮຈີມິນ.
ທີ່ມາ: ວຽງຈັນໃໝ່




