ວັນທີ 15 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ລົງຕິດຕາມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ກອງປະຊຸມເວທີເຈົ້າຄອງນະຄອນຫຼວງອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມທີ່ນຳໃຊ້ພາສາຝຣັ່ງ (AIMF) ທີ່ຈະຈັດຂຶ້ນໃນວັນທີ 16-20 ກັນຍາ 2024 ຢູ່ນະຄອນຫຼວງວຽງຈັນ.
ການລົງກວດກາຄວາມພ້ອມຄັ້ງນີ້ ໄດ້ຕິດຕາມກວດກາຄວາມພ້ອມຂອງຂະບວນລົດການນຳນະຄອນຫຼວງວຽງຈັນ ແລະ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຂະບວນລົດ 45 ບ່ອນນັ່ງ ຂະບວນລົດຂອງຫົວໜ້າຄະນະນະຄອນອາຊຽນ ກອງເລຂາອາຊຽນ ກອງເລຂາ UCLG ແລະ AIMF ພ້ອມນັ້ນກໍໄດ້ກວດກາການກະກຽມຫ້ອງຮັບຮອງຄະນະຜູ້ແທນ ຫ້ອງເຂົ້າພົບປະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຫ້ອງປະຊຸມປິ່ນອ້ອມ.
ນອກຈາກນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຂົ້າຊົມການຊ້ອມພິທີເປີດກອງປະຊຸມ ພິທີງານລ້ຽງ ການສະແດງຕ່າງໆ ລວມເຖິງເຂົ້າຕິດຕາມການຊ້ອມພິທີເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ອາຊຽນ.





