ວັນທີ 20 ມັງກອນ 2025 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຄະນະເຄື່ອນໄຫວອວຍພອນ ກອງບັນຊາການທະຫານ ເມືອງປາກງື່ມ ແລະ ກອງພັນນ້ອຍ 512 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ76 ປີ ໂດຍມີ ທ່ານ ພັນຕີ ຄໍາເຫຼັກ ວົງໄຊ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງປາກງື່ມ ພ້ອມດ້ວຍຄະນະພັກ ຄະນະບັນຊາ ນາຍ ແລະ ພົນທະຫານເມືອງປາກງື່ມ ແລະ ຫົວໜ້າກອງພັນນ້ອຍ 512 ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ.
ໃນໂອກາດນີ້, ເຈົ້າຄອງ ນວ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ປະກອບມີ: ໝີ່, ນໍ້າດື່ມ, ເຂົ້າສານ, ຢາປົວພະຍາດ ແລະ ແນວພັນພືດຜັກຈໍານວນໜຶ່ງ ມອບໃຫ້ກອງບັນຊາການທະຫານເມືອງປາກງື່ມ ແລະ ກອງພັນນ້ອຍ 512 ພ້ອມເງິນສົດມາມອບໃຫ້ພາກສ່ວນດັ່ງກ່າວພາກສ່ວນລະ 50 ລ້ານກີບ.
ໂອກາດນີ້, ທ່ານ ພັນຕີ ຄໍາເຫຼັກ ວົງໄຊ ຕາງໜ້າໃຫ້ຄະນະພັກ ຄະນະບັນຊາ, ນາຍ ແລະ ພົນທະຫານ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງການນໍານະຄອນຫຼວງວຽງຈັນທີ່ມາອວຍ ພອນແລະ ມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ເຊິ່ງເປັນການໃຫ້ກໍາລັງໃຈ ນາຍ ແລະ ພົນທະຫານ ໃຫ້ມີກຳລັງແຮງສູ້ຊົນປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ມີຄວາມເຂັ້ງແຂງ ກໍຄືການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.
ທີ່ມາ: ວຽງຈັນໃໝ່/VientianeMai






