ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້ານະຄອນ ອາຊີຕາເວັນອອກສ່ຽງໃຕ້ ສິງກະໂປ ພົບປະຢ້ຽມຢາມ ເຈົ້າຄອງນະຄອນຫຼວງວຽງຈັນ

Sep 18, 2024

ວັນທີ 17 ກັນຍາ 2024 ທ່ານ ໂມຮາມັດ ຟາມິ ບິນ ອາລິມານ ເຈົ້ານະຄອນ ອາຊີຕາເວັນອອກສ່ຽງໃຕ້ ສິງກະໂປ ພ້ອມດ້ວຍຄະນະ ໄດ້ເດີນທາງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ. ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ ຂອງນະຄອນຫຼວງວຽງຈັນ ໃນ 6 ເດືອນຕົ້ນປີ 2024 ຂະແຫນງກະສິກໍາ ຂະຫຍາຍຕົວ ເພີ່ມຂຶ້ນ 4.2% ກວມເອົາ 13% ຂອງ GDP; ຂະແຫນງອຸດສາຫະກຳຂະຫຍາຍຕົວ ເພີ່ມຂຶ້ນ 7.05% ກວມເອົາ 48% ຂອງ GDP ແລະ ຂະແໜງການບໍລິການຂະຫຍາຍຕົວ ເພີ່ມຂຶ້ນ 3.8% ກວມເອົາ 39% ຂອງ GDP ເພີ່ມຂຶ້ນ 3.5% ກວມເອົາ 38.2% ຂອງ GDP.
ດ້ານການພັດທະນາຕົວເມືອງ: ໄດ້ຈັດຕັ້ງປະຕິບັດວຽກງານຮັກສາຄວາມສະອາດຕົວເມືອງ, ອານາໄມເສັ້ນທາງສາຍຫຼັກ ແລະ ບັນດາແຜນງານຕ່າງໆ ກ່ຽວກັບການຄຸ້ມຄອງຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ຕາມຍຸດທະສາດ ແລະ ແຜນດຳເນີນງານການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງ ປີ 2021-2030.
ແລະ ຍົກໃຫ້ເຫັນໄລຍະຜ່ານມາ ລາວ ເເລະ ສິງກະໂປ ໄດ້ມີການພົວພັນຮ່ວມມືກັນດ້ວຍດີຕະຫຼອດມາ, ລັດຖະບານສິງກະໂປໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ກໍ່ຄື ນະຄອນຫຼວງວຽງຈັນ ຫຼາຍດ້ານ ໂດຍສະເພາະດ້ານການສຶກສາ ແລະ ພັດທະນາຊັບມະກອນມະນຸດ. ໃນແຕ່ລະປີ ສະຖານທູດສິງກະໂປ ໄດ້ໃຫ້ທຶນແກ່ພະນັກງານລັດຖະກອນ ຂອງ ສປປ ລາວ ໃນການຝຶກອົບຮົບ ແລະ ຍົກລະດັບພາສາອັງກິດ ແລະ ຫົວຂໍ້ຕ່າງໆ ຢູ່ສູນການຮ່ວມມືລາວ-ສິງກະໂປ.
ໃນໂອກາດທີ່ໄດ້ພົບປະກັນຄັ້ງນີ້ ເປັນຂີດໝາຍອັນສຳຄັນໜຶ່ງ ຂອງການພົວພັນຮ່ວມມື ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຕາເວັນອອກສ່ຽງໃຕ້ ຂອງສິງກະໂປ ແລະ ເພື່ອເປັນການເສີມຂະຫຍາຍການພົວພັນຮ່ວມມື ຂອງສອງນະຄອນພວກເຮົາ ໃຫ້ກ້າວເຂົ້າສູ່ລວງເລີກ ແລະ ເປັນຮູບປະທຳຕົວຈິງ, ພ້ອມນີ້ ເຈົ້າຂອງນະຄອນຫລວງວຽງຈັນ ໄດ້ສະເໜີໃຫ້ມີການແລກປ່ຽນບົດຮຽນການບໍລິຫານຈັດການຕົວເມືອງ ໂດຍສະເພາະການ ກໍາຈັດສິ່ງເສດເຫຼືອ, ວຽກງານການສຶກສາ ແລະ ສາທາລະນະສຸກ ເຊິ່ງທາງສິງກະໂປ ມີບົດຮຽນ ແລະ ປະສົບການຫຼາຍ.