ໃນວັນທີ 12 ກັນຍາ 2024 ທ່ານ ວົງສະຫວັນ ວຽງມະນີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຈຳພອນ, ແຂວງສະຫວັນນະເຂດ ພ້ອມກັບພາກສ່ວນທີ່ກ່ຽວຂ້ອງ,ໄດ້ລົງຕິດຕາມກວດກາພື້ນທີ່ການຜະລິດ ແລະ ບ້ານເຮືອນຂອງປະຊາ ຊົນທີ່ຢູ່ລຽບຕາມແຕມນ້ຳເຊຈຳພອນ ຊຶ່ງນ້ຳກຳລັງເລີ່ມຍື່ງຂື້ນຖ້ວມເພື່ອຫາວິທີການແກ້ໄຂໃຫ້ພື້ນທີ່ດັ່ງກ່າວໄດ້ຮັບຜົນກະທົບໜ້ອຍທີ່ສຸດ.
ການລົງກວດກາໃນຄັ້ງນີ້ເຫັນວ່ານ້ຳເຊຈຳພອນຈາກການວັດແທກໃນວັນທີ 12 ກັນຍາ 2024 ແມ່ນຢູ່ໃນລະດັບ 07,98 ແມັດ,ເມືອງຈຳພອນມີເນື້ອທີ່ການຜະລິດນາປີທັງໝົດ 22,300 ເຮັກຕາ,ໃນນີ້ປູກຟຶດລະດູຝົນ 1,756 ເຮັກຕາ, ສະເພາະການປູກເຂົ້ານາປີ 2024 ສາມາດຈັດຕັ້ງປະຕິບັດໄດ້100%,ຂອງແຜນ ການ,ໃນນັ້ນມີນາຫວ່ານ 3,135 ເຮັກຕາ, ນາຢອດ 4,180 ຮາກຕາ ແລະ ນາດຳ 15,185 ເຮັກຕາ,ສະເພາະຜົນກະທົບຈາກນ້ຳຖ້ວມໃນລຫວ່າງວັນທີ 12 ກັນຍາ 2024 ແມ່ນມີເນື້ອທີ່ ປູກເຂົ້ານາປີທີ່ຖືກຖ້ວມ ແມ່ນ 4,445 ເຮັກຕາ,ມີຈຳນວນບ້ານທີ່ຖືກຖ້ວມເນື້ອທີ່ປູກເຂົ້ານາປີທັງໝົດ 48 ບ້ານ, ຄອບຄົວທີ່ຖືກຜົນກະທົບ ມີ 3,489 ຄອບຄົວ,
ສະນັ້ນເພື່ອເປັນການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບດັ່ງກ່າວ ທາງຄະນະການນຳເມືອງແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ສະໜອງກະສອບຮ່າຍດິນໃຫ້ແກ່ບັນດາບ້ານ ທີ່ເລາະລຽບ ຕາມສາຍເຊຈຳພອນຕາມຈຸດທີ່ຕ່ຳ ແລະ ທີ່ມີຄວາມ ສ່ຽງ ນ້ຳເຊໄຫຼເຂົ້າຖ້ວມບ້ານ ແລະ ເນື້ອທີ່ນາ ໂດຍສະເພາະ ແມ່ນ ບ້ານ ເພຍກ່າ,ບ້ານວັງເມົາ,ບ້ານ ແກ້ງປູນ,ເພື່ອສ້າງຄູກັ້ນນ້ຳດ້ວຍກະສອບບັນຈຸດີນ ອີກດ້ານຫນື່ງແມ່ນເພື່ອຫຼຸດຜ່ອນຄວາມ ເສຍຫາຍທີ່ຈະເກີດຂຶ້ນໃນອະນາຄົດ.






