ໃນວັນທີ 7 ມີນາ 2025 ນີ້, ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ພ້ອມດ້ວຍຄະນະໄດ້ລົງຕິດຕາມການກໍ່ສ້າງໂຄງການສ້ອມແປງຊົນລະປະທານ ອ່າງເກັບນ້ຳແກ້ງໂຕນ ບ້ານດ່ານນາເລົາ ເມືອງລະຄອນເພັັງ ແຂວງສາລະວັນ, ມີປະທານບໍລິສັດສາຍພູດອຍກໍ່ສ້າງຄົບວົງຈອນ ພ້ອມດ້ວຍວິຊາການເຂົ້າຮ່ວມ, ໂຄງການສ້ອມແປງຊົນລະປະທານອ່າງເກັບນ້ຳແກ້ງໂຕນ ບ້ານດ່ານນາເລົາ ເປັນຝ່າຍເກົ່າທີ່ຖືກຜົນກະທົບຈາກຈາກໄພທຳມະຊາດ ໃນປີຜ່ານມາ ເຊິ່ງມີຄວາມຍາວທັງໝົດ 68 ກ່ວາແມັດ ມີມູນຄ່າ 4ຕື້ກວ່າກີບ ໂດຍແມ່ນທຶນຂອງລັດຖະບານລາວເຮົາ (ບ້ວງທຶນຟື້ນຟູແລະສ້ອມແປງ), ການກໍ່ສ້າງໄດ້ເລີ່ມປະຕິບັດມາແຕ່ທ້າຍເດືອນກຸມພາ 2025 ຄາດວ່າຈະສຳເລັດ ໃນປີ 2026. ຖ້າໂຄງການນີ້ສຳເລັດຈະສາມາດຫົດເນື້ອທີ່ໄດ້ທັງໝົດປະມານ 95 ເຮັກຕາ, ມີ 5 ບ້ານເປົ້າໝາຍເປັນຕົ້ນມີບ້ານດ່ານນາເລົາ, ບ້ານໜອງສະໂນ, ບ້ານດ່ານນ້ອຍ, ບ້ານດ່ານ ແລະ ບ້ານແກ້ງໃຫ່ຍ, ໂຄງການດັ່ງກ່າວເປັນການສົ່ງເສີມໃຫ້ປະຊາຊົນທີ່ເຄີຍມີມູນເຊື້ອໃນການຜະລິດຜ່ານມາ ໂດຍສະເພາະແມ່ນການປູກເຂົ້ານາປີ, ນາແຊງ, ປູກພືດໃນລະດູແລ້ງ ໂດຍສະເພາະໝາກໂມ, ໝາກແຕງ ແລະພືດຜັກອື່ນໆ ກາຍເປັນສິນຄ້າສ້າງມີລາຍຮັບທີ່ດີໃຫ້ກັບຄອບຄົວ, ໃນການເຄື່ອນໄຫວຕິດຕາມໃນຄັ້ງນີ້ ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ກໍໄດ້ຊີ້ນຳໃຫ້ທາງບໍລິສັດສາຍພູດອຍກໍ່ສ້າງຄົບວົງຈອນ ເອົາໃຈໃສ່ຂຸ້ນຂ້ຽວໃນການກໍ່ສ້າງໃຫ້ມີຄວາມສຳເລັດຕາມແຜນການທີ່ວາງໄວ້ ແລະ ທັງເນັ້ນເອົາໃຈໃສ່ດ້ານຄຸນນະພາບເປັນຫຼັກ ທັງນີ້ກໍເພື່ອຮັບປະກັນໃຫ້ນຳໃຊ້ໄດ້ຍາວນານ.
ຂໍ້ມູນຂ່າວ ແລະ ພາບໂດຍ ບໍລິສັດສາຍພູດອຍກໍ່ສ້າງຄົບວົງຈອນ.







