ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຄຳມ່ວນ ພົບປະສັງສັນແລະອວຍພອນບັນດາອ້າຍນ້ອງຊາວຫວຽດນາມໃນໂອກາດປີໃໝ່ຫວຽດນາມ

Jan 25, 2025

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ໄດ້ເຂົ້າຮ່ວມງານພົບປະສັງສັນ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2025 ຂອງພີ່ນ້ອງຊາວຫວຽດນາມທີ່ດຳລົງຊີ ວິດຢູ່ແຂວງຄຳມ່ວນ ໃນຄໍ່າຄືນຂອງວັນທີ 23 ມັງກອນ 2025 ທີ່ຮ້ານອາຫານທ່າແຂກໃໝ່, ເມືອງທ່າແຂກ, ແຂວງຄຳມ່ວນ ໂດຍມີທ່ານ ນາງ ດັ່ງ ທິ ຫ່າຍ ເຕີມ, ຫົວ ໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ທ່ານ ພັນເອກ ຟ່ານ ແທັງ ເຊິນ ຫົວໜ້າອົງການຄວາມໝັ້ນຄົງແຫ່ງຊາດ ປະຈຳແຂວງກວາງບິ່ງ ສສ ຫວຽດນາມ, ທ່ານ ຄໍາຮຸ່ງ ສົມບູນ ປະທານສະມາຄົມຫວຽດນາມ ແຂວງຄຳມ່ວນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນສະແດງຄວາມຮູ້ສຶກເບີກ ບານມ່ວນຊື່ນທີ່ເຫັນພີ່ນ້ອງເຊື້ອຊາດຫວຽດນາມ ທີ່ດຳລົງຊີວິດຢູ່ແຂວງຄຳມ່ວນ ມີຊີວິດການເປັນຢູ່ນັບມື້ດີຂຶ້ນ, ມີຄວາມເບີກບານມ່ວນຊື່ນ, ມີການທຳມາຫາກິນຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ມີການພົວພັນຮ່ວມມືລະຫວ່າງປະຊາຊົນລາວ ແລະ ເຊື້ອຊາດຫວຽດນາມນຳກັນ ດ້ວຍຄວາມສາມັກຄີຮັກແພງ, ລູກຫຼານພວກເຮົາໄດ້ພ້ອມກັນຮໍ່າຮຽນຢູ່ໃນໂຮງຮຽນຫຼັງດຽວກັນ ນີ້ແມ່ນມູນເຊື້ອ, ແມ່ນຄວາມສຳພັນທີ່ພວກເຮົາຈະຕ້ອງໄດ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍ.
ພ້ອມນີ້, ທ່ານໄດ້ຕາງໜ້າໃຫ້ແກ່ການນຳຂອງແຂວງຄຳມ່ວນ ອວຍພອນໃນໂອ ກາດປີໃໝ່ນີ້ ຂໍໃຫ້ເປັນປີໃໝ່ແຫ່ງຄວາມມີໂຊກມີໄຊ, ເປັນປີແຫ່ງຄວາມຮຸ່ງເຮືອງ, ຄວາມຈະເລີນ, ເປັນປີໃໝ່ແຫ່ງຄວາມສຸກສົມຫວັງຂອງໝົດທຸກຄົນ, ຂໍໃຫ້ອ້າຍນ້ອງເຊື້ອຊາດຫວຽດນາມ ທີ່ດຳລົງຊີວິດຢູ່ແຂວງຄຳມ່ວນ ຈົ່ງໄດ້ສືບຕໍ່ພ້ອມກັນສ້າງສາພັດທະນາຄອບຄົວ ປະກອບສ່ວນໃນການສ້າງສາພັດທະນາບ້ານຊ່ອງ, ພ້ອມກັນສຶກ ສາອົບຮົມລູກຫຼານ ໃຫ້ສືບຕໍ່ສືບສານວັດທະນະທຳ ຮີດຄອງປະເພນີອັນເປັນເອກະ ລັກຂອງພີ່ນ້ອງຊາວຫວຽດນາມໄວ້ໃຫ້ໝັ້ນຄົງ, ອວຍພອນໃຫ້ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະ ຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະ ນົງແກ່ນຕະຫຼອດໄປ.
Cr. Medialaos