ວັນທີ 23 ກໍລະກົດ 2025 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ ໂດຍມີທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄໍາ, ມີການນຳເມືອງ ແລະ ຂະແໜງການກ່ຽວຂ້ອງຮ່ວມຕິດຕາມ.
ໃນລະຫວ່າງວັນທີ 21-22 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກ ເກີດຈາກອິດທິພົນຂອງພາຍຸ ວິພາ ເຮັດໃຫ້ບາງພື້ນທີ່ຂອງເມືອງຄູນຄຳ ໂດຍສະເພາະເຂດບ້ານນາຄໍາ ເຂົ້າໄປຫາ ບ້ານກູບ ນໍ້າໄດ້ໄຫຼເຂົ້າເສັ້ນທາງ ມີບາງຈຸດລະດັບນໍ້າສູງເຖິງ 1.30 ແມັດ ເຮັດໃຫ້ເສັ້ນທາງຖືກຕັດຂາດ ລົດບໍ່ສາມາດສັນຈອນ ໄປ-ມາໄດ້, ມີຈໍານວນ 5 ບ້ານໃນເຂດດັ່ງກ່າວໄດ້ຮັບຜົນກະທົບຄື: ບ້ານນາຄໍາ, ນາກາງ, ບ້ານແກ້ງ-ນໍ້ານອນ, ໂພນແຍງ ແລະ ບ້ານກູບ ໃນນີ້ ປະຊາຊົນໄດ້ມີການນໍາໃຊ້ເຮືອ ເພື່ອບໍລິການຂົນສົ່ງເຄື່ອງທີ່ຈໍາເປັນ ແລະ ຄົນຂ້າມ ໄປ-ມາ, ນອກນີ້ ເຮືອນຊານ, ວັດວາອາລາມຈໍານວນຫຼາຍຫຼັງຖືກຖ້ວມ ສ່ວນເນື້ອທີ່ທຳການຜະລິດຂອງປະຊາຊົນຖືກນໍ້າຖ້ວມ ຈໍານວນ 1,147 ເຮັກຕາ, ສ່ວນຂໍ້ມູນລາຍລະອຽດ ທາງຄະນະກຳມະການຄຸ້ມຄອງໄພພິບັດກຳລັງສັງລວມຂໍ້ມູນພື້ນທີ່ຖືກຖ້ວມ ແລະ ຜົນເສຍຫາຍ, ໂອກາດນີ້ ຍັງໄດ້ນໍາເອົານໍ້າດື່ມຈໍານວນໜຶ່ງໄປມອບໃຫ້ແກ່ບັນດາບ້ານທີ່ຖືກຜົນກະທົບ ເປັນການແກ້ໄຂບັນເທົາທຸກ ໃນເວລາສຸກເສີນ ແລະ ຍັງຈະໄດ້ຄົ້ນຄວ້າ, ປຸກລະດົມ ເພື່ອນໍາເອົາວັດຖຸສິ່ງຂອງ ແລະ ເຄື່ອງໃຊ້ທີ່ຈໍາເປັນ ນໍາໄປມອບເພື່ອແບ່ງເບົາ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມນີ້ ທ່ານເຈົ້າແຂວງຍັງໄດ້ຮຽກຮ້ອງມາຍັງການຈັດຕັ້ງບ້ານ ແລະ ປະຊາຊົນ ໃຫ້ມີສະຕິລະວັງຕົວ ເພື່ອກະກຽມຄວາມພ້ອມທຸກດ້ານໃນການຮັບມືກັບສະພາບໃນຕໍ່ໜ້າ ບໍ່ວ່າຈະເປັນການກະກຽມຍົກຍ້າຍວັດຖຸເຄື່ອງຂອງ, ພາຫະນະ, ສັດລ້ຽງ ໄປໄວ້ບ່ອນສູງ ແລະ ປອດໄພ ພິເສດແມ່ນໃຫ້ເອົາໃຈໃສ່ໃນດ້ານການຮັກສາສຸຂະພາບ ພາຍຫຼັງທີ່ນໍ້າບົກແຫ້ງລົງ ອາດຈະເກີດມີພະຍາດຕ່າງໆເກີດຂຶ້ນຕາມມາ ໃຫ້ການຈັດຕັ້ງເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ພ້ອມທັງເກັບກຳຂໍ້ມູນ ແລະ ລາຍງານຕໍ່ຂັ້ນເທິງຖ້າຫາກມີກໍລະນີສຸກເສີນ ແລະ ມີການແຜ່ລະບາດຂອງພະຍາດ ເພື່ອກຽມຄວາມພ້ອມຮັບມື ແລະ ຕອບໂຕ້ໂດຍໄວ.





