ວັນທີ 4 ທັນວາ 2024 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະທີມງານສະເພາະກິດຈາກກະຊວງພະລັງງານ ແລະ ບໍ່ແຮ່ປະກອບມີ ກົມຄຸ້ມຄອງບໍ່ແຮ່ ແລະ ກົມທໍລະນີສາດ ແລະ ແຮ່ທາດ ໄດ້ມາສົມທົບກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄຳມ່ວນ, ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງທ່າແຂກ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນ ແລະ ການຈັດຕັ້ງບ້ານປາກເປັ່ງໄດ້ເຄື່ອນໄຫວຕິດຕາມເບິ່ງສະພາບດິບຍຸບ ຕາມການລາຍງານຈາກປະຊາຊົນໃນທ້ອງ ຖິ່ນໃນວັນທີ 3 ພະຈິກ 2024 ວ່າເກີດມີສະພາບດິນຍຸບ ຢູ່ກາງທົ່ງນາຂອງປະຊາຊົນ ບ້ານປາກເປັ່ງ ເມືອງທ່າແຂກ, ແຂວງຄຳມ່ວນ.
ຄະນະທີມງານກວດກາໄດ້ກຳນົດເອົາຈຸດພິກັດຂອງຈຸດທີ່ເກີດມີດິນຍຸບ, ໃຊ້ໂດຣນ ເພື່ອບິນຖ່າຍພາບຈາກມູມສູງ ແລະ ວັດແທກຂະໜາດຂອງຫຼຸມທີ່ດິນຍຸບລົງ. ຜ່ານການລົງຕິດຕາມ ແລະ ກວດກາ ເຫັນວ່າ: ຈຸດດິນຍຸບດັ່ງກ່າວເກີດຂຶ້ນຢູ່ກາງທົ່ງນາຂອງປະຊາຊົນບ້ານປາກເປັ່ງ, ເມືອງທ່າແຂກ, ແຂວງຄຳມ່ວນ, ຫ່າງຈາກຈຸດໃຈກາງຂອງບ້ານປາກເປັ່ງໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 860 ແມັດ ແລະ ນອນຢູ່ໃນເຂດສໍາປະທານ ເພື່ອການຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ; ໃນຈຸດທີ່ດິນຍຸບລົງມີຄວາມເລິກ ປະມານ 15 ແມັດ, ມີເສັ້ນຜ່າສູນກາງ ປະມານ 25 ແມັດ. ພາຍຫຼັງທີ່ເກີດມີດິນຍຸບຢູ່ໃນເຂດດັ່ງກ່າວນັ້ນ, ການນຳຂອງແຂວງຄຳມ່ວນ ພ້ອມຄະນະສະເພາະກິດຂອງກະຊວງພະລັງ ງານ ແລະ ບໍ່ແຮ່ ກໍ່ໄດ້ແນະນຳໃຫ້ບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ສົມທົບກັບປະຊາຊົນໃນເຂດດັ່ງກ່າວ ຈຶ່ງຮີບຮ້ອນເຮັດຮົ້ວອ້ອມຮອບເຂດດັ່ງກ່າວໄວ້ ເພື່ອປ້ອງກັນບໍ່ໃຫ້ເກີດມີອຸບັດຕິເຫດ ເປັນຕົ້ນແມ່ນ ຄົນ ຫຼື ສັດ ຕົກລົງໄປໃນຂຸມໃຫຍ່ດັ່ງກ່າວ.
ສຳລັບສາເຫດຂອງການເກີດດິນຍຸບໃນຄັ້ງນີ້ ແມ່ນຍັງບໍ່ທັນມີຜົນສະຫຼຸບໄດ້ຢ່າງຊັດເຈນວ່າເກີດຈາກສາເຫດອັນໃດ, ສະນັ້ນ ທາງຄະນະທີມງານສະເພາະກິດຈາກສູນກາງ ແລະ ທ້ອງຖິ່ນ ໂດຍມີການປະສານສົມທົບຮ່ວມກັບບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ຈະຕ້ອງໄດ້ສືບຕໍ່ເຮັດວຽກຮ່ວມກັນຕື່ມອີກ ເພື່ອຊອກຫາສາເຫດ ແລະ ວິທີທາງແກ້ໄຂໃຫ້ສຳເລັດໂດຍໄວ.
ທີ່ມາ: Khammouane News






