ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຄໍາມ່ວນ ຕ້ອນຮັບຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່

Feb 21, 2025

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະ ຕ້ອນຮັບທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໃນວັນທີ 20 ກຸມພາ 2025 ທີ່ຫ້ອງວ່າການແຂວງ ໃນໂອກາດທີ່ເຄື່ອນໄຫວເຮັດວຽກ ເພື່ອຈັດກອງປະຊຸມເສວະນາ ກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ທີ່ຕິດພັນກັບການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ປີ 2025-2029 ຢູ່ແຂວງຄໍາມ່ວນ.
ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານຮອງລັດຖະມົນຕີ ທີ່ໄດ້ມີຄວາມພະຍາຍາມເອົາໃຈໃສ່ປັບປຸງ ການບໍລິການໄຟຟ້າຮັບໃຊ້ສັງຄົມໃນໄລຍະຜ່ານມາ, ພ້ອມທັງ ໄດ້ມີຄໍາເຫັນແລກປ່ຽນ ແລະ ປຶກສາຫາລືໃນຫລາຍບັນຫາ ໂດຍສະເພາະ ວຽກງານການລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ ຢູ່ແຂວງຄໍາມ່ວນ, ທ່າແຮງ ແລະ ຜົນກະທົບດ້ານຕ່າງໆ ໃນຂົງເຂດການຂຸດຄົ້ນບໍ່ແຮ່, ຄວາມຕ້ອງການນໍາໃຊ້ກະແສໄຟຟ້າ ໃນໂຮງຈັກ ໂຮງງານ, ບັນຫາກະແສໄຟບໍ່ພຽງພໍ, ດ້ານລາຄາໄຟຟ້າ ແລະ ບັນຫາອື່ນໆ. ພ້ອມນີ້, ທ່ານເຈົ້າແຂວງຍັງໄດ້ສະເໜີ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສືບຕໍ່ຊ່ວຍເຫລືອ ໃນການແບ່ງຄວາມຮັບຜິດຊອບ ໃຫ້ແຂວງຄໍາມ່ວນ ມີສ່ວນຮ່ວມຄຸ້ມຄອງໂຄງການນໍ້າເທີນຫີນບູນ ພາວເວີ ຈໍາກັດ ເພື່ອເປັນທ່າແຮງໜຶ່ງໃນການຈັດເກັບລາຍຮັບໃຫ້ແຂວງ ແລະ ສືບຕໍ່ຊຸກຍູ້ບັນດາໂຄງການພວມດໍາເນີນການກໍ່ສ້າງໄຟຟ້າ ຢູ່ແຂວງຄໍາມ່ວນໃຫ້ສໍາເລັດ.
ທ່ານ ຈັນທະບູນ ສຸກອາລຸນ ໄດ້ສະແດງຄວາມຍິນດີ ແລະ ຮັບເອົາຄໍາສະເໜີ ເພື່ອນໍາໄປຄົ້ນຄວ້ານຳໝູ່ຄະນະ ແລະ ລາຍງານຂັ້ນເທິງພິຈາລະນາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຕ່ລະໂຄງການຖືກຕ້ອງ, ສອດຄ່ອງຕາມລະບຽບກົດໝາຍ ເພື່ອຮັບປະກັນໃຫ້ການລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ ສ້າງຜົນປະໂຫຍດສູງສຸດ ຕໍ່ການພັດທະນາທ້ອງຖິ່ນ ແລະ ການປັບປຸງແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໄປເລື້ອຍໆ.
ຂ່າວ: ມະນີວັນ