ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໃນວັນທີ 25 ມິຖຸນາ 2025 ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ.
ທ່ານ ນາງ ຟ່າງຫົງ ໄດ້ກ່າວຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ເພື່ອເກັບກຳຂໍ້ມູນສະພາບບັນດາໂຄງການຂອງນັກລົງທຶນຈີນ ທີ່ມາລົງທຶນ ຢູ່ແຂວງຄໍາມ່ວນ.
ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງຄໍາມ່ວນ ກໍໄດ້ສະແດງຄວາມຕ້ອນຮັບ ແລະ ຂອບໃຈ ມາຍັງ ທ່ານ ນາງ ຟ່າງຫົງ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອໃນໄລຍະຜ່ານມາ ພ້ອມນີ້, ຍັງໄດ້ລາຍງານໂດຍສັງເຂບທ່າແຮງການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ການພົວພັນຮ່ວມມືລະຫວ່າງແຂວງຄໍາມ່ວນ ແລະ ສປ ຈີນ ລວມເຖິງຜົນສໍາເລັດຂອງຄະນະຜູ້ແທນແຂວງຄໍາມ່ວນໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ເພື່ອດຶງດູດການລົງທຶນ, ທັງໄດ້ປຶກສາຫາລື ແລກປ່ຽນຮ່ວມກັນເປັນຕົ້ນດ້ານການລົງທຶນຂົງເຂດພະລັງງານ ແລະ ບໍ່ແຮ່, ດ້ານກະສິກໍາ ແລະ ດ້ານວຽກງານສຶກສາ. ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງຄໍາມ່ວນ ຍັງໄດ້ສະເໜີມາຍັງ ທ່ານ ເອກອັກຄະລັດຖະທູດ ຊ່ວຍສະໜັບສະໜູນຊຸກຍູ້ຕື່ມບາງບໍລິສັດທີ່ລົງທຶນຢູ່ແຂວງຄໍາມ່ວນ ໃຫ້ເອົາໃຈໃສ່ປະຕິບັດລະບຽບຕາມສັນຍາຢ່າງເຂັ້ມງວດ ໃນການປົກປັກຮັກສາສະພາບແວດລ້ອມ; ຊຸກຍູ້ຕື່ມກ່ຽວກັບການຈະສ້າງຕັ້ງໂຮງງານຜະລິດປຸ໋ຍຢູ່ແຂວງຄໍາມ່ວນ ທີ່ລົງນາມໄປແລ້ວໄດ້ຮັບການຈັດຕັ້ງໂດຍໄວ ແລະ ການສົ່ງເສີມສ້າງຄວາມຮູ້, ຖ່າຍທອດບົດຮຽນດ້ານເຕັກນິກ, ປະສົບການໃຫ້ແຮງງານລາວ, ດ້ານສະຫວັດດີການໃນການຄຸ້ມຄອງພາຍໃນບໍລິສັດໃຫ້ມີຄຸນນະພາບ ແລະ ກວມແຮງງານລາວເປັນຈໍານວນຫລາຍ.
ໂອກາດນີ້, ທ່ານ ນາງ ຟ່າງຫົງ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ມີຄວາມຍິນດີທີ່ຈະໃຫ້ການສະໜັບສະໜູນຕໍ່ການສະເໜີຂອງການນໍາແຂວງຄຳມ່ວນໃນຄັ້ງນີ້ ເຊິ່ງການພົບປະດັ່ງກ່າວນັບວ່າເປັນໂອກາດເງື່ອນໄຂທີ່ດີ ທັງນີ້ກໍເພື່ອເປັນການເພີ່ມທະວີການພົວພັນຮ່ວມມື ແລະ ສ້າງສາຍພົວພັນອັນດີງາມ ລະຫວ່າງ ແຂວງຄໍາມ່ວນ ກັບ ສປ ຈີນ ໃຫ້ນັບມື້ນັບມີການພົວພັນຮ່ວມມື ແລະ ແໜ້ນແຟ້ນດີຍິ່ງຂຶ້ນ.
ຂ່າວ: ມະນີວັນ




