ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມສະພາບນໍ້າເຊບັ້ງໄຟ ທີ່ເມືອງມະຫາໄຊ

Aug 2, 2024

ດ້ວຍຄວາມເປັນຫ່ວງເປັນໃຍຂອງການນໍາພັກ-ລັດ ຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນ, ວັນທີ 31 ກໍລະກົດ 2024 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນພ້ອມດ້ວຍຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ວ່າການຫົວໜ້າຫ້ອງວ່າການແຂວງ ແລະ ຕາງໜ້າພະແນກການການຈໍານວນໜຶ່ງຂອງແຂວງ ໄດ້ເຄື່ອນໄຫວກວດກາຕິດຕາມເບິ່ງສະພາບນໍ້າເຊບັ້ງໄຟ ທີ່ເມືອງມະຫາໄຊ ນັບແຕ່ເຂດຈຸດທີ່ຕັ້ງເມືອງມະຫາໄຊເກົ່າ ຫາ ບ້ານ ຜານາງ ແລະ ບ້ານ ຄໍາເຟືອງ ໂດຍມີຄະນະການນໍາເມືອງຮ່ວມຕິດຕາມ.
ປັດຈຸບັນ ລະດັບນໍ້າເຊບັ້ງໄຟ ທີ່ຈຸດແທກນໍ້າ ເມືອງມະຫາໄຊ ແມ່ນຢູ່ໃນເກນທີ່ໃກ້ກັບເຂດເຕືອນໄພ, ແຕ່ຍັງບໍ່ເຖິງເຂດອັນຕະລາຍ ແລະ ກໍມີທ່າອ່ຽງຫຼຸດລົງ, ຜົນກະທົບສ່ວນຫຼາຍແມ່ນພື້ນທີ່ທໍາການຜະລິດຂອງປະຊາຊົນ ມີຫຼາຍບ້ານທີ່ ຖືກນໍ້າຖ້ວມ, ຊຶ່ງທາງການນໍາຂອງເມືອງກໍໄດ້ຫ້າງຫາກະກຽມຄວາມພ້ອມໃນການຮັບມື ແລະ ໄດ້ມອບຄວາມຮັບຜິດຊອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຕິດຕາມສະພາບລະດັບນໍ້າ ຢ່າງຕໍ່ເນື່ອງ, ໃນແຕ່ລະຈຸດທີ່ມີຄວາມສ່ຽງກໍໄດ້ແນະນໍາປະຊາຊົນກະກຽມ ສູນຫຼົບໄພ, ກຽມພ້ອມພາຫະນະປະເພດເຮືອ, ກະກຽມສະບຽງອາຫານ ແລະ ການເຄື່ອນຍ້າຍສັດລ້ຽງໄປໄວ້ທີ່ສູງ. ໂອກາດເຄື່ອນໄຫວຄັ້ງນີ້ເຈົ້າແຂວງຄໍາມ່ວນຍັງໄດ້ ຊີ້ນໍາໃຫ້ອໍານາດການປົກຄອງເມືອງ ແລະ ການ ຈັດຕັ້ງບ້ານ ຈົ່ງໄດ້ປະສານສົມທົບກັນ ເອົາໃຈໃສ່ຍົກສູງສະຕິໃນການເຝົ້າລະວັງ ຕິດຕາມລະດັບການຂຶ້ນ-ລົງຂອງນໍ້າເຊບັ້ງໄຟຢ່າງໃກ້ຊິດ, ພ້ອມທັງຕິດຕາມຂໍ້ມູນຂ່າວສານພະຍາກອນອາກາດ ແລະ ປະກາດແຈ້ງການຜ່ານສື່ໂຄສະນາຕ່າງໆ ໃຫ້ປະຊາຊົນໄດ້ຮັບຮູ້ເປັນໄລຍະໃນແຕ່ລະວັນ, ເພື່ອກຽມພ້ອມທຸກສະຖານະການ.
ນອກຈາກເຄື່ອນໄຫວຕິດຕາມກວດກາສະພາບນໍ້າຢູ່ເຂດດັ່ງກ່າວແລ້ວ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ຄະນະຍັງໄດ້ພົບປະກັບພາກສ່ວນ ບໍລິສັດ ເອັສຊີຈີ ທີ່ໂຮງງານຜະລິດຊີມັງ ບ້ານໂພວາ ໂດຍມີຈຸດປະສົງໃນການປຶກສາຫາລືຕົກລົງບັນຫາການຮ່ວມທຶນ ເພື່ອບູລະນະປັບປຸງເສັ້ນທາງຈາກໂຮງງານຜະລິດປູນຊີມັງ ຂອງບໍລິສັດດັ່ງກ່າວ ຫາ ເຂດບ້ານ ມະຫາໄຊ ຈຸດທີ່ຕັ້ງເມືອງມະຫາໄຊໃນເມື່ອກ່ອນ ຊຶ່ງມີໄລຍະທາງປະມານ 2,5 ກິໂລແມັດ, ທັງນີ້ກໍເພື່ອສ້າງຄວາມເປັນເອກະພາບ ໃນການຕົກລົງບັນຫາຮ່ວມກັນໃນດ້ານຕ່າງໆບໍ່ວ່າຈະເປັນດ້ານງົບປະມານ, ດ້ານເຕັກນິກມາດຕະຖານ ແລະ ການດໍາເນີນຂັ້ນຕອນເອກະສານ ໃຫ້ໄປຕາມລະບຽບຫຼັກການ.
ຂ່າວ: ຄຳມ່ວນ