ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຄໍາມ່ວນ ເຄື່ອນໄຫວຢ້ຽມຢາມ ບັນດາທຸລະກິດການລົງທຶນຂອງແຂວງ ກຸ້ຍໂຈ

Jun 19, 2025

ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກຸ້ຍໂຈ ໃນວັນທີ 17 ມິຖຸນາ 2025 ທ່ານ ວັນໄຊພອງສະຫວັນ ເຈົ້າ ແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວ ທັດສະນະຢ້ຽມຢາມບັນດາຫົວໜ່ວຍທຸລະກິດການລົງທຶນຈໍານວນໜຶ່ງຂອງແຂວງ ກຸ້ຍໂຈ.
ໂດຍເລິ່ມຕົ້ນດ້ວຍການຢ້ຽມຢາມໂຮງງານຜະລິດລົດ ລະບົບດີຈິຕອນ ຂອງບໍລະສັດ ແຮນຊີ, ທີ່ ເມືອງກຸ້ຍຢາງ ເຊິ່ງເປັນບໍລິສັດໜຶ່ງທີ່ມີຊື່ສຽງໃນການຜະລິດ ແລະ ຈໍາໜ່າຍ ລົດທີ່ທັນສະໄໝ ໂດຍປາສະຈາກຜູ້ຂັບຂີ່ ນັບວ່າເປັນອຸດສາຫະກໍາຍານພາຫະນະພະລັງງານໃຫມ່ ທີ່ອອກແບບ ດ້ວຍລະບົບເອເລັກໂຕຣນິກ ສາມາດປະຕິບັດການກວດສອບ ການຈໍາລອງຄວາມໜ້າເຊື່ອຖື ດ້ວຍລະບົບດີຈິຕອນ.
ຈາກນັ້ນ, ກໍ່ໄດ້ສືບຕໍ່ຢ້ຽມຢາມ ກຸ່ມບໍລິສັດ ເຄມີຟອສເຟດ ກຸ້ຍໂຈ ເພື່ອພົບປະ ແລະ ສົນທະນາ ແລກປ່ຽນ ຄວາມຄິດເຫັນ ຮ່ວມກັບ ຄະນະບໍລິຫານງານຂອງບໍລິສັດ ໂດຍສະເພາະກ່ຽວກັບສະພາບເງື່ອນໄຂທ່າແຮງ ຄວາມເປັນໄປໄດ້ ເພື່ອການດຶງດູດການລົງທຶນໃນຕໍ່ໜ້າ ເຊິ່ງກຸ່ມບໍລິສັດ ເຄມີຟອສເຟດ ກຸ້ຍໂຈ ເປັນບໍລິສັດຊັ້ນນໍາໃນອຸດສາຫະກໍາປຸຍຟອສເຟດ ແລະ ເຄມີຟອສເຟດລະດັບໂລກ, ເປັນຜູ້ສະໜອງອາຊິດຟອສຟໍຣິກບໍລິສຸດລະດັບອຸດສາຫະກໍາ ແລະ ລະດັບອາຫານທີ່ໃຫຍ່ທີ່ສຸດໃນໂລກ, ໜຶ່ງໃນ 500 ບໍລິສັດຊັ້ນນໍາຂອງຈີນ, ມີຕະຫຼາດຜະລິດຕະພັນກວມເອົາເກືອບ 100 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ອາຊີ, ເອີຣົບອາເມລິກາ, ຕາເວັນອອກກາງ, ອົດສະຕາລີ ແລະ ອື່ນໆ ຍອດນໍາເຂົ້າ-ສົ່ງອອກ ທັງໝົດໃນແຕ່ລະປີສູງເຖິງ 1 ຕື້ ໂດລາສະຫະລັດ. ລວມມີສາມຂະແໜງອຸດສາຫະກໍາຫຼັກຄື: ອຸດສາຫະກໍາທັນສະໄໝ, ອຸດສາຫະກໍາພະລັງງານໃໝ່ ແລະ ອຸດສາຫະກໍາເຄມີລະອຽດ. ສ້າງລະບົບຜະລິດຕະພັນປຸຍ ເຊັ່ນ: ປຸຍຟອສເຟດຄວາມເຂັ້ມສູງ, ປຸຍລະລາຍນໍ້າ, ປຸຍປະສົມ, ປຸຍປັບປຸງດິນ ແລະ ອຶ່ນໆ ຕິດອັນດັບໜຶ່ງໃນ 100 ບໍລິສັດ ປຸຍຊັ້ນນໍາຂອງຈີນ ຕິດຕໍ່ກັນ 5 ປີ.