ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຈຳປາສັກ ຕ້ອນຮັບຜູ້ແທນບັນດາແຂວງ ຂອງຫວຽດ ນາມ, ກຳປູເຈຍ, ໄທ ແລະ ບັນດານັກການທູດ

Feb 12, 2025

ເຈົ້າແຂວງຈຳປາສັກ ຕ້ອນຮັບຜູ້ແທນບັນດາແຂວງ ຂອງຫວຽດ ນາມ, ກຳປູເຈຍ, ໄທ ແລະ ບັນດານັກການທູດ
ວັນທີ 10 ກຸມພາ 2025, ທ່ານ ອາລຸນໄຊ ສູນນະລາດ ເຈົ້າ ແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບບັນດາຜູ້ແທນທ້ອງ ຖິ່ນຈາກ ສສ ຫວຽດນາມ,​ ຣາຊະອານາຈັກກຳປູເຈຍ,​ຣາຊະອານາ ຈັກໄທ ແລະ ບັນດານັກການທູດ ໃໃນໂອກາດມາຮ່ວມງານເທດສະການບຸນກເຟ-ຊາ, ສສສຳມະນາການຄ້າ-ການລົງທຶນ-ການທ່ອງ ທ່ຽວ ແລະ ກະສິກຳ,​ ຮ່ວມງານບຸນນະມັດສະການຜະສາດຫີນວັດພູຈຳປາສັກ ປະຈຳປີ 2025.
ຄະນະຜູ້ແທນ ແຂວງກວາງຈິ ສສ ຫວຽດ ນາມ ນຳໂດຍ ທ່ານ ຫງວຽນ ຈ໋ຽນ ຖັງ ຮອງປະທານ ຜູ້ປະຈຳການສະພາປະຊາ ຊົນແຂວງກວາງຈິ; ແຂວງກອນຕູມ ນຳໂດຍ ທ່ານ ຫງວຽນ ງ໋ອກ ເຊີມ ຮອງປະທານຄະນະກໍາມະການປະຊາຊົນແຂວງກອນຕູມ; ນະຄອນໂຮ່ຈິມິນ ນຳໂດຍ ທ່ານ ຟ້າມ ຍືດ ດ້ຽມ ຮັກສາການຫົວໜ້າພະແນກການຕ່າງປະເທດນະຄອນໂຮ່ຈິມິນ ສສ ຫວຽດ ນາມ; ຄະນະຜູ້ແທນ ແຂວງດົ່ງຖັບ ນຳໂດຍ ທ່ານ ຫງວຽນ ວັນ ລ໋ວດ, ຮອງຫົວໜ້າພະແນກອຸດສະຫະກໍາ ການຄ້າ ແຂວງດົ່ງຖັບ; ຄະນະຜູ້ແທນ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ນຳໂດຍ ທ່ານ ຮ້ອຍຕີ ສົມມົງຄຸນ ມົງຄຣະສິຣິ ຮອງຜູ້ວ່າຈັງຫວັດອຸບົນຣາຊະທານີ; ຄະນະຜູ້ແທນ ແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ສີຊວນ ຮອງເຈົ້າແຂວງຊຽງແຕງ ແລະ ແຂວງແປຼະວິເຮຍ ຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ມິນສີທາ ຮອງເຈົ້າແຂວງແປຼະວິເຮຍ.
ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມແຂວງຈຳປາສັກ ຂອງ ຄະນະຜູ້ນແທນ ບັນດາແຂວງ ຂອງ ສສ ຫວຽດ ນາມ, ຣາຊະອານາຈັກກຳປູເຈຍ ແລະ ຈັງຫວັດ ອຸບົນຣາຊະທານີ ຣາຊະອານາຈັກໄທ ເຊິ່ງເປັນການຮັດແໜ້ນສາຍພົວພັນອັນດີ, ເປັນການເພີ່ມທະວີ ປະກອບສ່ວນຊຸກຍູ້ບັນດາເນື້ອໃນການຮ່ວມມືພັດທະນາແລວເສດຖະກິດ ຕາເວັນອອກ – ຕາເວັນຕົກ, ສົ່ງ ເສີມການຄ້າ​ – ການລົງທຶນ​ – ການທ່ອງທ່ຽວ ແລະ ກະສິກຳ ຮ່ວມ ກັນ ກໍຄືການເສີມຂະຫຍາຍສາຍພົວພັນ ທັງທາງດ້ານເສດຖະ ກິດ ແລະ ວັດທະນະທໍາ – ສັງຄົມ ໃຫ້ນັບມື້ນັບແໜ້ນແຟ້ນດີຂື້ນເລື້ອຍໆ, ພ້ອມນັ້ນ ການຮ່ວມງານບຸນນະມັດສະການຜະສາດຫີນວັດພູຈຳປາສັກ​ຍັງເປັນການເສີມຂະຫຍາຍມູນເຊື້ອປະຫວັດ ສາດ, ຮີດຄອງປະເພນີ ອັນດີງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້ ພ້ອມທັງເປັນການດຶງດູດນັກທ່ອງທ່ຽວ.​
ໃນວັນດຽວກັນ,​ ທ່ານ ອາລຸນໄຊ ສູນນະລາດ ຍັງໄດ້ຕ້ອນຮັບ ທ່ານ ຫວາງ ຊາງ ອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖານເອກອັກຄະລັດຖະທູດສະຫະພັນລັດເຊຍປະ ຈຳ ສປປ ລາວ,​ ທ່ານ ພອນສີ ບຸນມີໄຊ ກົງສຸນໃຫ່ຍ ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ສສ ຫວຽດນາມ ແລະ ທ່ານ ແກ້ວ ວົງໄຊ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ນຳອິກ.
Cr: ທັດຊະນະ