ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນນະຄອນດານັງ ສສ ຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ດິ່ງ ວິ້ງ, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນດານັງ, ເຂົ້າອວຍພອນ ໃນວັນທີ 3 ເມສາ 2025 ທີ່ຫ້ອງວ່າການແຂວງຈຳປາສັກ ເນື່ອງໃນໂອກາດຂຶ້ນປີໃໝ່ລາວ ພສ 2568.
ໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ຕາງໜ້າຄະນະພັກ ອົງການປົກຄອງ ຕະຫຼອດຮອດ ປະຊາຊົນລາວ ຊາວແຂວງຈຳປາສັກ ກ່າວຕ້ອນຮັບ ແລະ ຂອບໃຈ ສະຫາຍ ຫງວຽນ ດິ່ງ ວິ້ງ, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນດານັງ ແລະຄະນະ ທີ່ໄດ້ມາຢ້ຽມຢາມ ອວຍພອນ ໃນໂອກາດຂຶ້ນປີໃໝ່ລາວ ພສ 2568, ລວມທັງໃຫ້ການສະໜັບສະໜູນ, ການຮ່ວມມືຊ່ວຍເຫຼືອ ທີ່ລ່ຳຄ່າ ໃນໄລຍະທີ່ຜ່ານມາ. ພ້ອມນັ້ນ ທ່ານຍັງໄດ້ລາຍງານສະພາບການອັນພົ້ນເດັ່ນ, ການພັດທະນາເສດຖະກິດ-ສັງຄົມ, ບາງໝາກຜົນຂອງການຈັດຕັ້ງຕັ້ງບັນດາຄາດໝາຍ ຂອງ ຄະນະພັກແຂວງ ໃນທ້າຍສະໄໝ, ພ້ອມນັ້ນ ຍັງໄດ້ແຈ້ງຂ່າວ ເສົ້າສະຫຼົດໃຈ ຢ່າງສຸດຊຶ້ງ ໃຫ້ເພື່ອນມິດຊາບ ການສູນເສຍອະດິດຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ ທັງຊາດ, ເຊິ່ງແຂວງຈຳປາສັກ ພວມຢູ່ໃນຖ່າມກາງບັນຍາກາດ ອັນໂສກເສົ້າ ແລະ ຄວາມອາໄລຮັກອັນສຸດຊຶ້ງ ເຖິງ ທ່ານ ພົນເອກ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ,
ສະຫາຍ ຫງວຽນ ດິ່ງ ວິ້ງ, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນດານັງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງນຳເອົາຄຳອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ອາລຸນໄຊ ສຸນນະລາດ ພ້ອມດ້ວຍສະຫາຍ ຄະນະພັກ, ອົງການປົກຄອງແຂວງ ຕະຫຼອດຮອດ ປະຊາຊົນແຂວງຈຳປາສັກ ໃນໂອກາດຂຶ້ນປີໃໝ່ລາວ ພສ 2568 ຈົ່ງມີສຸຂະພາບແຂງແຮງ ມີພາລະນາໄມສົມບູນ ມີຜົນສໍາເລັດໃນທຸກຂົງເຂດວຽກງານທຸກປະການ, ພ້ອມນັ້ນ ຄະນະພັກ, ຄະນະກຳມະການປະຊາຊົນ ຕະຫຼອດຮອດປະຊາຊົນນະຄອນດານັງ ແລະ ໃນນາມສ່ວນຕົວ ຂໍແບ່ງເບົາຄວາມໂສກເສົ້າ ແລະ ອາໄລຮັກຢ່າງສຸດຊຶ້ງ ມະນະໂອກາດນີ້ດ້ວຍ.
ນອກຈາກນັ້ນ, ສອງຝ່າຍ ໄດ້ຕີລາຄາສູງ ພ້ອມທັງຢັ້ງຢືນວ່າຈະສືບຕໍ່ເສີມຂະຫຍາຍບັນດາເນື້ອໃນຂອງບົດບັນທຶກການຮ່ວມມືສອງຝ່າຍນຳກັນ, ເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສອງທ້ອງຖິ່ນ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ແລະ ໃນໂອກາດນີ້, ຄະນະຜູ້ແທນນະຄອນດານັງ ໄດ້ມອບເງິນ ຈຳນວນ 500 ລ້ານດົງ ໃຫ້ແຂວງຈຳປາສັກ ນຳອີກ.
ຂ່າວ: ທັດຊະນະ.






