ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ຕ້ອນຮັບ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໃນວັນທີ 22 ເມສາ 2025 ທີ່ຫ້ອງວ່າການ ແຂວງຈຳປາສັກ ໃນໂອກາດມາເຄື່ອນໄຫວວຽກງານ ທີ່ແຂວງຈຳປາສັກ.
ທ່ານ ບຸນຂວາງ ທະວີສັກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງກ່າວຈຸດປະສົງຂອງການມາເຄື່ອນໄຫວວຽກງານຄັ້ງນີ້, ເຊິ່ງຈະໄດ້ມີພິທີປະກາດການຈັດຕັ້ງ ຂອງສານປະຊາຊົນພາກໃຕ້ ແລະ ສານປະຊາຊົນແຂວງຈຳປາສັກ ພ້ອມທັງຊຸກຍູ້ຕິດຕາມວຽກງານຕາມສາຍຕັ້ງນຳຕື່ມ, ພ້ອມທັງສະແດງຄວາມຊົມເຊີຍການນຳແຂວງຈຳປາສັກ ໃນການເອົາໃຈໃສ່ ນຳພາ-ຊີ້ນຳໃນຂົງເຂດວຽກງານດັ່ງກ່າວ ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ພິຈາລະນາຄະດີ ໄດ້ຮັບການປັບປຸງ ໃຫ້ມີຄວາມວ່ອງໄວ, ພາວະວິໄສ, ຮັບປະກັນຄວາມເປັນທໍາ ແລະ ຄວາມຖືກຕ້ອງສອດຄ່ອງຕາມກົດໝາຍ ດີຂຶ້ນເປັນກ້າວໆ.
ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ທີ່ເອົາໃຈໃສ່ຊຸກຍູ້ວຽກງານສານປະຊາຊົນ ຢູ່ທ້ອງຖິ່ນ ເປັນຕົ້ນ ວຽກງານບຸກຄະລາກອນ ລວມທັງວຽກງານວິຊາສະເພາະ ທີ່ມີການປັບປຸງດີຂຶ້ນ, ເຊິ່ງໄລຍະຜ່ານມາ ການດໍາເນີນຄະດີ ຂອງແຂວງຈຳປາສັກ ໄດ້ເອົາໃຈໃສ່ປັບປຸງແບບແຜນການດຳເນີນຄະດີຢ່າງຕໍ່ເນື່ອງ ເຮັດໃຫ້ການພິຈາລະນາຄະດີມີຄວາມວ່ອງໄວ ທັງຮັບປະກັນຄວາມຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ພ້ອມທັງສະເໜີໃຫ້ທ່ານຮອງປະທານສານປະຊາຊົນສູງສຸດ ຊ່ວຍຄົ້ນຄວ້າສ້າງເປັນຄູ່ມື ນິຕິກຳລຸ່ມກົດໝາຍ ໃຫ້ສອດຄ່ອງກັບທ້ອງຖິ່ນ, ຊ່ວຍຈັດຝຶກອົບຮົມ ຍົກສູງຄວາມຮູ້ຄວາມສາມາດ, ທັກສະ ເພື່ອສ້າງພະນັກງານວິຊາການກົດໝາຍ ຂອງແຂວງຈຳປາສັກ ຕື່ມອີກ.
ຂ່າວ: ທັດຊະນະ




