ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ຕ້ອນຮັບ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະ ໃນວັນທີ 9 ມິຖຸນາ 2025 ທີ່ຫ້ອງວ່າການແຂວງ, ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ.
ທ່ານ ນາງ ວິລະວອນ ພັນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມກ່າວຈຸດປະສົງຂອງການມາເຄື່ອນໄຫວວຽກງານເທື່ອນີ້ ເພື່ອຊຸກຍູ້, ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ເວົ້າລວມ ເວົ້າສະເພາະ ກໍຄື ການນໍາໃຊ້ສື່ທີ່ທັນສະໄໝ (ເວັບໄຊ) ເຂົ້າໃນວຽກງານໂຄສະນາ ນັບແຕ່ສູນກາງຮອດທ້ອງຖິ່ນ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາອົບຮົມ ໃຫ້ເປັນທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍຸກ 4.0 ພ້ອມທັງແນໃສ່ເຮັດໃຫ້ພະນັກງານ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງທົ່ວປະເທດມີຄວາມຮູ້, ຄວາມສາມາດທາງດ້ານວຽກງານສື່ທີ່ທັນສະໄໝ ທັງເປັນການຍົກລະດັບຄວາມຮູ້ ໃຫ້ກັບພະນັກງານວິຊາການໂຄສະນາ ຫລື ຜູ້ເຮັດວຽກງານສື່ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ ໃຫ້ນັບມື້ນັບສູງຂຶ້ນ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາເຄື່ອນໄຫວທີ່ຕິດພັນກັບວຽກງານຕົວຈິງ, ພ້ອມທັງໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບລວມ, ວຽກງານການນຳພາຂອງພັກ, ການພັດທະນາເສດຖະກິດ-ສັງຄົມ, ເຊິ່ງແຂວງຈຳປາສັກ ໄດ້ສຸມໃສ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໄລຍະທ້າຍ, ນຳພາສ້າງຂະບວນການຮອບດ້ານ, ວຽກງານຈຸດສຸມ ທີ່ໄດ້ກຳນົດອອກຢ່າງຕັ້ງໜ້າ, ເປັນເອກະພາບ ໃນການນຳພາ-ຊີ້ນຳວຽກງານເປັນຢ່າງດີ ບວກກັບຄວາມຕື່ນຕົວເປັນເຈົ້າການຂອງສັງຄົມ ປະກອບສ່ວນດ້ານເຫື່ອແຮງ ແລະ ທຶນຮອນ ເຂົ້າໃນວຽກງານສ້າງສາ ພັດທະນາທ້ອງຖິ່ນຮາກຖານ ການສ້າງເສັ້ນທາງ, ການອອກແຮງງານອະນາໄມ ຢ່າງເປັນຂະບວນການກວ້າງຂວາງ.
ໃນໂອກາດດຽວກັນ ຄະນະດັ່ງກ່າວ ຍັງໄດ້ໄປຢ້ຽມຢາມ ແລະ ຊົມຫໍພິພິທະພັນຂອງແຂວງຈຳປາສັກຫລັງໃໝ່ ທີ່ພວມປັບປຸງ, ເຊິ່ງຄາດວ່າຈະໄດ້ເປີດນຳໃຊ້ ແລະ ໃຫ້ເຂົ້າຊົມໃນມໍ່ໆນີ້.
ຂ່າວ: ທັດຊະນະ





