ວັນທີ 27 ກຸມພາ 2025, ທ່ານ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ ເລຂາຄະນະບໍລິຫານານພັກແຂວງ, ເຈົ້າ ແຂວງຈຳປາສັກ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມຄອບ ຄົວຕໍ່າຫູກ-ມັດໝີ່ ຢູ່ບ້ານປະທຸມພອນ ເມືອງປະທຸມພອນ
ໂອກາດນີ້, ແມ່ ນວນສະຫວັນ ຄອບຄົວທີ່ຕໍ່າຫູກ-ມັດໝີ່ ໄດ້ອະທິບາຍກ່ຽວກັບປະຫວັດຄວາມເປັນມາ ຂອງການຕໍ່າຫູກ-ມັດໝີ່ຢູ່ບ້ານປະທຸມພອນ ແມ່ນເປັນອາຊີບດັ້ງເດີມຂອງຊາວ ບ້ານປະທຸມພອນ ແລະ ມີມາແຕ່ດົນນານແລ້ວ, ແຕ່ກ່ອນພາຍຫຼັງສໍາເລັດການເກັບກ່ຽວເຂົ້ານາປີ ແລ້ວ ປະຊາຊົນບ້ານເພຍໄຟ ກໍຕໍ່າຫູກທຸກຄອບຄົວ ເພາະວ່າບໍ່ໄດ້ໄປເຮັດວຽກຢູ່ບ່ອນອື່ນ, ແຕ່ກ່ອນແມ່ນຂຶ້ນຊື່ລືນາມ ແລະ ເອີ້ນວ່າ ສິ້ນໄໝ ເພຍໄຟ.ນອກນີ້ ກໍມີການປູກມອນ-ລ້ຽງໝ້ອນ ຕື່ມອີກ.
ແຕ່ປັດຈຸບັນນີ້ ການຕໍ່າຫູກ - ມັດໝີ່ ຂອງຊາວບ້ານປະທຸມພອນແມ່ນມີຄວາມຫຍຸ້ງຍາກ, ເຖິງແມ່ນວ່າສິ້ນໝີ່ທີ່ຕໍ່າຢູ່ປະທຸມພອນ ລາຄາດີ, ມີຄຸນນະພາບ, ມີຕະຫຼາດຮອງຮັບ ແຕ່ການຈັດ ຕັ້ງປະຕິບັດຕົວຈິງ ມີຄວາມຂໍ້ຫຍຸ້ງຍາກຫຼາຍຢ່າງ, ເພາະວ່າການຕໍ່າຫູກ-ມັດໝີ່ ເປັນວຽກທີ່ລະອຽດອ່ອນ, ພິຖີພິຖັນ, ຕ້ອງມີຄວາມຂະຫຍັນອົດທົນ ແລະ ໃຊ້ເວລາດົນ, ການຖ່າຍທອດບົດ ຮຽນໃຫ້ກັນ ແມ່ນຖ່າຍທອດຈາກຮຸ່ນນີ້ ໄປສູ່ຮຸ່ນອື່ນ ແລະ ຖ່າຍ ທອດດ້ວຍການບອກກ່າວ ບໍ່ມີຕໍາລາສິດສອນ, ຍ້ອນແນວນັ້ນ, ຖ້າບໍ່ມີແວວ ຫຼື ພອນສະຫວັນ ແລະ ບໍ່ມີຄວາມມັກຮັກດ້ານນີ້ ຈະບໍ່ສາມາດເຮັດໄດ້. ສິ່ງດັ່ງກ່າວນີ້ ເຮັດໃຫ້ການຕໍ່າຫູກ-ມັດໝີ່ ຢູ່ບ້ານປະທຸມພອນ ຂາດແຮງງານ, ຈໍານວນກີ່ທີ່ຕໍ່າຫູກ ກໍຫຼຸດລົງ, ໃນປີ 2024 ມີຜູ້ຕໍ່າຫູກ 8 ກີ່, ຮອດປີ 2025 ມີແຕ່ຜູ້ຕໍ່າຫູກພຽງ 5 ກີ່, ກີ່ໜຶ່ງ ຕໍ່າສິ້ນໄໝແຕ່ລະງວດ ລົງທຶນ 18 ລ້ານກວ່າກີບ, ຜະລິດສິ້ນໄໝໄດ້ 20 ກວ່າຜືນ, ຂາຍຜືນລະ 1, 8 ລ້ານກີບ, ໄລຍະເວລາໃນການຜະລິດ ໃຊ້ເວລາເປັນເດືອນ ຈິ່ງສາມາດຕໍ່າໄດ້ 1 ຜືນ. ນອກນີ້, ວັດຖຸດິບ ໂດຍສະເພາະແມ່ນໝີ່ທີ່ນໍາມາມັດ ແລະ ຕໍ່າຢູ່ບ້ານປະທູມພອນໃນປັດຈຸບັດ ແມ່ນນໍາມາຈາກບ່ອນອື່ນ ເຮັດໃຫ້ຕົ້ນທຶນສູງຂຶ້ນຕື່ມອີກ.
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ມີຄໍາເຫັນແນະນໍາໃຫ້ສືບຕໍ່ຮັກສາອາຊີບຫັດຖະກໍາຕໍ່າແຜ່ນທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນໃນທ້ອງຖິ່ນໃຫ້ແຜ່ຂະຫຍາຍກວ້າງອອກ ໂດຍມອບໃຫ້ສົມກັນ ລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວແຂວງ, ພະແນກອຸດສາຫະກໍາ ແລະ ການ ຄ້າແຂວງ, ສະຫະພັນແມ່ຍິງແຂວງ, ຄະນະພັກ-ອົງການປົກຄອງເມືອງ, ສະມາຄົມຫັດຖະກໍາແຂວງ ແລະ ຂະແໜງການທີ່ກ່ຽວ ຂ້ອງ ເພື່ອຊອກຊ່ອງທາງໃນການຂະຫຍາຍພື້ນ ຖານການຜະລິດ ກໍຄືການຕໍ່າຫູກ-ມັດໝີ່ ຂອງຊາວບ້ານ ໃຫ້ກວ້າງອອກ ຕິດພັນກັບການສ້າງວຽກເຮັດງານທໍາ ແລະ ການທ່ອງທ່ຽວ ເພື່ອສ້າງລາຍຮັບແກ່ຄອບຄົວ
ຂ່າວ-ພາບ: ທູນທອງໃຈ






