ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວນຳພາ​ – ຊີ້ນໍາ,​ ຊຸກຍູ້ວຽກງານຮອບດ້ານ​ ຢູ່ເມືອງໂພນທອງ

Aug 2, 2024

ວັນທີ​ 1 ສິງຫາ 2024, ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ເຄື່ອນໄຫວນຳພາ​ – ຊີ້ນໍາ, ລົງຊຸກຍູ້ວຽກງານຮອບດ້ານ​ ຢູ່ເມືອງໂພນທອງ.​ ກ່ອນອື່ນໄດ້ຈັດ​ກອງປະຊຸມ​ພົບປະໂອ້ລົມຄະນະພັກ -​ ອົງການປົກຄອງເມືອງຂຶ້ນ ຢູ່ສະໂມສອນເມືອງ.​ ມີທ່ານ ສາຍທອງ​ ໄຊຍະວົງ​ ຮອງເລຂາພັກແຂວງ​ ປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາວຽກງານຮອບດ້ານຢູ່ເມືອງໂພນທອງ,​ ທ່ານ​ ສຸພາບ​ ທໍາມະ​ຮັກສາ​ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າ​ເມືອງໆ​ໂພນທອງ,​ ບັນດາທ່ານ​ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາ​ເມືອງ,​ ການນໍາຫ້ອງການຕ່າງໆພາຍໃນເມືອງ​ ແລະ​ ພະນັກງານ​ວິຊາການ​ທີ່​ກ່ຽວຂ້ອງ​ ເຂົ້າຮ່ວມ.​
ໃນກອງປະຊຸມ,​ ທ່ານ​ ສຸພາບ​ ທໍາມະ​ຮັກສາ​ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າ​ເມືອງໆ​ໂພນທອງ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຢູ່ພາຍໃນເມືອງໃນໄລຍະຜ່ານມາ​ ໂດຍຍົກໃຫ້ເຫັນທີ່ຕັ້ງ,​ ຈຸດພິເສດຂອງເມືອງ,​ ການຈັດຕັ້ງ​ປະຕິບັດ​ວຽກງານກໍ່ສ້າງຮາກຖານການເມືອງ,​ ວຽກງານພັດທະນາຊົນນະບົດ​ ແລະ​ ແກ້ໄຂ​ຄວາມທຸກ​ຍາກ,​ ວຽກງານຂົງເຂດປ້ອງກັນຊາດ -​ ປ້ອງກັນຄວາມສະຫງົບ,​ ວຽກງານ​ເສດຖະກິດ,​ ວຽກງານ​ຂົງເຂດ​ການເມືອງ​ -​ ອົງການ​ຈັດຕັ້ງມະຫາຊົນ,​ ວຽກງານ​ຂົງເຂດ​ວັດທະນະທໍາ​ -​ ສັງຄົມ​ ເຊິ່່ງມີທັງຜົນງານດ້ານດີ,​ ດ້ານອ່ອນ​,​ ຂໍ້ຄົງຄ້າງ​ ແລະ​ ບາງບົດຮຽນທີ່ຖອດຖອນໄດ້ ເພື່ອ​ສືບຕໍ່ປັບປຸງແກ້ໄຂ​ ໃຫ້ດີຂຶ້ນໃນຕໍ່ໜ້າ.​
ຕໍ່ມາ,​ ທ່ານ ອາລຸນໄຊ ສູນນະລາດ​ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ​ ກໍມີຄໍາເຫັນ​ໂອ້ລົມ​ ໂດຍເນັ້ນໃຫ້ຄະນະພັກ​ -​ ອົງການປົກຄອງເມືອງ​ ເອົາໃຈໃສ່ຍົກສູງການນໍາພາວຽກງານດ້ານການເມືອງ​ -​ ແນວຄິດ,​ ສ້າງຄວາມເປັນແບບຢ່າງໃນການນໍາພາ -​ ຊີ້ນໍາ,​ ລົງໃກ້ຊິດຕິດແທດກັບມະຫາຊົນ ແລະ​ ທ້ອງຖິ່ນຮາກຖານ ຕິດພັນກັບ​ການ​ແກ້ໄຂບັນຫາ​ຕົວຈິງ​ ເພື່ອສ້າງໃຫ້ສະມາຊິກພັກ,​ ພະນັກງານ​ ໃນທຸກຂົງເຂດວຽກງານ,​ ທຸກການຈັດຕັ້ງ ແລະ​ ພໍ່ແມ່ປະຊາຊົນ​ ມີຄວາມເຊື່ອໝັ້ນຕໍ່ການນໍາພາ​ -​ ຊີ້ນໍາຂອງພັກ; ສືບຕໍ່ເພີ່ມທະວີຄວາມສາມັກຄີ​ ຕິດພັນກັບຄວາມເປັນເອກະພາບ ພາຍໃນຄະນະພັກແຕ່ລະຂັ້ນ ໃຫ້ເປັນປຶກແຜ່ນແໜ້ນໜາ ໂດຍສະເພາະແມ່ນການກໍານົດທິດທາງໃນການເຄື່ອນໄຫວວຽກງານຕ່າງໆ ແລະ​ ການກໍານົດຈັດວາງບຸກຄະລາກອນ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ,​ ຄວາມເປັນເອກະພາບ​ທາງດ້ານເສດຖະກິດ ຕ້ອງລະອຽດ​ຈະ​ແຈ້ງ,​ ເປີດເຜີຍ,​ ສາມາດກວດສອບໄດ້ ແລະ​ ມີຄວາມເປັນເອກະພາບໃນການຈັດວາງງົບປະມານ​ ເພື່ອເປັນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ; ສືບຕໍ່ອອກແຮງແຂ່ງຂັນຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ​ XI ຂອງພັກ​ ແລະ​ ແຜນພັດທະນາເສດຖະກິດ -​ ສັງຄົມ​ ທ້າຍສະໄໝ.​ ນອກນີ້​ ກໍໃຫ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍສະເພາະໃນໄລຍະກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ,​ ເອົາໃຈໃສ່ການແກ້ໄຂບັນຫາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ​ ດ້ວຍການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ.​ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ ໂດຍສະເພາະໃນຖັນແຖວສະມາຊິກພັກ -​ ພະນັກງານ,​ ທະຫານ,​ ຕຳຫຼວດ​ ຕິດພັນກັບການແກ້ໄຂບັນຫາຕົວຈິງ.​
ໂອກາດນີ້,​ ຄະນະພັກ​ -​ ອົງການປົກຄອງແຂວງຈໍາປາສັກ ຍັງໄດ້ມອບເງິນ​ 300​ ລ້ານ​ ໃຫ້ແກ່ຄະນະພັກ -​ ອົງການປົກຄອງເມືອງ​ໂພນ​ທອງ​ ເພື່ອປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -​ ສັງຄົມຂອງເມືອງ​ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.​ ໃນວັນດຽວກັນ,​ ທ່ານເຈົ້າແຂວງ ພ້ອມດ້ວຍ​ການນໍາແຂວງ​ ໂດຍ​ການນໍາໜ້າພາທາງຂອງການນໍາເມືອງ ກໍໄດ້ເຄື່ອນໄຫວຢ້ຽມຢາມຕິດຕາມກວດກາພື້ນຖານໂຄງລ່າງພາຍໃນເມືອງໂພນທອງ ຄື: ເຄື່ອນໄຫວຢ້ຽມຢາມຕິດຕາມກວດກາໂຄງການກໍ່ສ້າງຄູກັນເຈື່ອນແຄມຂອງ, ການກໍ່ສ້າງທາງເບຕົງ​ ຈາກສາມແຍກບ້ານໂພນສະຫວັນ ຫາ​ ຄ້າຍຄຸມຂັງພູຄອກຊ້າງ​ ທີ່ບໍ່ທັນສໍາເລັດ ແລະ​ ເຄື່ອນໄຫວ​ເບິ່ງສະຖານທີ່ ທີ່ຈະກໍ່ສ້າງຂົວຂ້າມຫ້ວຍ​ ເຊື່ອມຕໍ່​ ລະຫວ່າງ​ ບ້ານໂນນສະຫວ່າງ​ ຫາ​ ບ້ານຊາດ​ -​ ບ້ານຈານ ແລະ​ ບ້ານໂພນ ຕື່ມອີກ.​
ຂ່າວ​-ພາບ​: ທູນທອງໃຈ