ວັນທີ 7 ກັນຍາ 2024, ທ່ານ ອະລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການຄຸ້ມຄອງປ່າໝາກຈອງ ຢູ່ເຂດບ້ານສະໂນດ ເມືອງປະທຸມພອນ ແຂວງຈຳ ປາສັກ ໂດຍການຕ້ອນຮັບຂອງທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງໆປະທຸມພອນ ພ້ອມດ້ວຍຊ່ຽວຊານຈາກໂຄງການ ຂອງກະຊວງກະສິກຳ-ປ່າໄມ້ ແລະ ການຈັດຕັ້ງບ້ານສະໂນດ.
ເຂດບ້ານສະໂນດ ເປັນເຂດໜຶ່ງຂອງເມືອງປະທຸມພອນ ທີ່ມີຕົ້ນໝາກຈອງ ແລະ ຍັງມີການປົກປັກຮັກສາໄວ້ໄດ້ດີ ສາມາດເປັນສິນຄ້າ ສ້າງເປັນລາຍຮັບໃຫ້ປະຊາຊົນພາຍໃນບ້ານ ໃນການເກັບຈໍາໜ່າຍໃນແຕ່ລະປີ, ຊຶ່ງອົງການຈັດຕັ້ງເມືອງ ໄດ້ສົມທົບກັບຊ່ຽວ ຊານ ໂຄງການຂອງກະຊວງກະສິກຳ ແລະ ປ່າໄມ້ ເພື່ອສົ່ງເສີມໃຫ້ປະຊາຊົນ ເຫັນໄດ້ຄຸນຄ່າ ແລະ ຄວາມສຳຄັນທາງດ້ານເສດຖະກິດ ເພື່ອປົກປັກຮັກສາຄຸ້ມຄອງ ໄປຄຽງຄູ່ກັບການປູກໝາກຈອງໃຫ້ຫລາຍຂຶ້ນ ພ້ອມທັງຈະໄດ້ຝຶກອົບຮົມ ເພື່ອສ້າງຜະລິດຕະພັນຕ່າງໆ ໂດຍນໍາໃຊ້ວັດຖຸດິບ ຈາກໝາກຈອງ ໃຫ້ມີຫລາຍຮູບແບບ ແລະ ສາມາດຈໍາໜ່າຍທັງພາຍໃນ ແລະ ສົ່ງອອກໃນອະນາຄົດ.
ຂ່າວ: ທູນທອງໃຈ


See insights and ads
Boost post
All reactions:
You, Saona Studio.ຊາວນາສະຕູດີໂອ. and 20 others


