ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຈໍາປາສັກ ຊຸກຍູ້ການສ້າງບ້ານຕົວແບບບໍລິການປະຕູດຽວຢູ່ນະຄອນປາກເຊ

Oct 10, 2024

ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາພະແນກການກ່ຽວຂ້ອງຂອງແຂວງ ລົງເຄື່ອນໄຫວພົບປະຢ້ຽມຢາມ ຄະນະພັກ-ອົງການປົກຄອງ ບ້ານໃຫຍ່ສະໜາມໄຊ ນະຄອນປາກເຊ ໃນວັນທີ 9 ກັນຍາ 2024 ເພື່ອຊຸກຍູ້ການສ້າງບ້ານດັ່ງກ່າວ ເປັນບ້ານຕົວແບບໃນການບໍລິການປະຕູດຽວຂອງນະຄອນປາກເຊ.
ໂອກາດນີ້, ທ່ານ ທິບອາພອນ ສາຍລາດ ນາຍບ້ານໆໃຫຍ່ສະໜາມໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານປະຈໍາ 9 ເດືອນຕົ້ນປີ 2024 ໂດຍຍົກໃຫ້ເຫັນສະພາບລວມ, ທີ່ຕັ້ງ ແລະ ພູມສັນຖານຂອງບ້ານ, ບ້ານໃຫຍ່ສະໜາມໄຊ ມີເນື້ອທີ່ທັງໝົດ 78,26 ເຮັກຕາ, ໃນນັ້ນ ເນື້ອທີ່ດິນປຸກສ້າງ 65,86 ເຮັກຕາ, ເນື້ອທີ່ດິນປູກຝັງ 4,40 ເຮັກຕາ, ເນື້ອທີ່ດິນອື່ນໆ 8 ເຮັກຕາ, ມີພົນລະເມືອງທັງໝົດ 4.290 ຄົນ, ຍິງ 2.488 ຄົນ, ມີ 3 ຄຸ້ມ ຄື: ຄຸ້ມສະໜາມໄຊ, ຄຸ້ມແກ້ວອຸດົມ ແລະ ຄຸ້ມທ່າອຸດົມ, ມີ 985 ຄອບຄົວ, ມີ 741 ຫລັງຄາ, ມີ 44 ໜ່ວຍ. ພ້ອມນີ້, ຍັງຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານບໍລິຫານ-ການປົກຄອງ, ວຽກ ງານພັກ-ອົງການຈັດຕັ້ງມະຫາຊົນ, ວຽກເສດຖະກິດ- ການເງິນ, ວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ເຊິ່ງມີທັງຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເພື່ອປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ.
ຈາກນັ້ນ, ທ່ານ ອາລຸນໄຊ ສູນນະລາດ ມີຄໍາເຫັນໂອ້ລົມ ແລະ ເນັ້ນໃຫ້ ຄະນະພັກ-ອົງການປົກຄອງບ້ານໃຫຍ່ສະໜາມໄຊ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາ ຊິກພັກ, ອົງການຈັດຕັ້ງທຸກຂັ້ນຂອງບ້ານ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະໜ່ວຍງານ; ເອົາໃຈໃສ່ແບ່ງຄວາມຮັບຜິດຊອບໃນຄະນະພັກ ໃຫ້ລະອຽດຈະແຈ້ງ ເພື່ອນໍາພາ-ຊີ້ນໍາວຽກງານແຕ່ລະດ້ານ ໃຫ້ມີຜົນສໍາເລັດ; ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານ ປກຊ-ປກສ ເພື່ອເຮັດໃຫ້ບ້ານ ກໍຄື ນະຄອນປາກເຊ ມີຄວາມສະຫງົບ ແລະ ມີຄວາມເປັນລະ ບຽບຮຽບຮ້ອຍ. ນອກນີ້ ໃຫ້ເອົາໃຈໃສ່ປູກຈິດສໍານຶກພໍ່ແມ່ປະຊາ ຊົນ, ລູກຫລານ, ນັກຮຽນ- ກສຶກສາ ໃຫ້ມີຄວາມຕື່ນຕົວເປັນເຈົ້າການໃນການອະນຸລັກຮັກສາສະພາບແວດລ້ອມ, ການອະນາ ໄມ, ການເກັບມ້ຽນຂີ້ເຫຍື້ອ ເພື່ອເຮັດໃຫ້ສໍານັກງານ-ຄຸ້ມບ້ານສະອາດສວຍງາມ; ເອົາໃຈໃສ່ການປັບປຸງສໍານັກງານ, ຫ້ອງ ການ, ການກໍານົດລະບຽບການ ແລະ ຂັ້ນຕອນໃນການຍື່ນເອກກະສານຕ່າງໆ ແລະ ການປັບປຸງໂຄງຮ່າງການຈັດຕັ້ງ; ເອົາໃຈໃສ່ສຶກສາຄວາມເປັນໄປໄດ້ໃນການຍື່ນເອກະສານຕ່າງໆ ຜ່ານລະບົບອອນລາຍ ເພື່ອອໍານວຍຄວາມສະດວກແກ່ຜູ້ມາໃຊ້ບໍລິການ. ທັງນີ້, ກໍເພື່ອສ້າງໃຫ້ບ້ານສະໜາມໄຊ ກາຍເປັນບ້ານຕົວແບບໃນການບໍລິ ການປະຕູດຽວຂອງນະຄອນປາກເຊ.
ພ້ອມນີ້, ທ່ານ ເຈົ້າແຂວງຈໍາປາສັກ ຍັງໄດ້ມອບຄອມພິວເຕີ 1 ຊຸດ ໃຫ້ແກ່ຄະນະພັກ-ອົງການປົກຄອງ ບ້ານໃຫຍ່ສະໜາມໄຊ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວຂອງບ້ານ ໃຫ້ວ່ອງໄວ ແລະ ທັນ ສະໄໝ ຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ