ວັນທີ 14 ກັນຍາ 2024, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ ພ້ອມຄະນະ ເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຊຸ ແລະ ນໍ້າຂຶ້ນກະທັນຫັນ ພ້ອມທັງມອບເຄື່ອງຊ່ວຍ ເຫລືອປະຊາຊົນ ບ້ານໂນນສະຫວ່າງ ແລະ ບ້ານນາແຫກຢູ່ນະ ຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຊຸ ເນື່ອງຈາກຝົນຕົກແຮງຕິດຕໍ່ກັນຫລາຍຊົ່ວໂມງ
ໃນໂອກາດນີ້, ທ່ານໄດ້ມອບເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງເປັນຕົ້ນນໍ້າດື່ມຈໍານວນ 50 ແພັກຕໍ່ບ້ານ, ໜີ່ 18 ແກັດຕໍ່ບ້ານ ເພື່ອຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ. ພ້ອມນີ້, ທ່ານຍັງໄດ້ສືບຕໍ່ເຄື່ອນໄຫວຢູ່ຈຸດອື່ນໆ ທີ່ມີຄວາມສ່ຽງ ເພື່ອກະກຽມຄວາມພ້ອມໃນການຮັບມື ກໍຄືແກ້ໄຂບັນຫາໃຫ້ທ່ວງທັນກັບສະພາບການ.







