ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຈໍາປາສັກ ຕ້ອນຮັບ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ

Oct 26, 2024

ວັນທີ 25 ຕຸລາ 2024,​ ທີ່ສໍານັກງານຫ້ອງວ່າການແຂວງຈໍາປາສັກ,​ ທ່ານ ອາ ລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນາງ ຟາງ ຫົງ (Ms FANG Hong) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວຢ້ຽມຍາມ ແລະ ທັດສະນະໂຄງການຮ່ວມມືຢູ່ທ້ອງຖິ່ນ.​
ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົບປະຢ້ຽມຢາມອັນມີຄວາມໝາຍໃນຄັ້ງນີ້, ພ້ອມທັງລາຍງານເຖິງຈຸດພິເສດ,​ ທີ່ຕັ້ງ,​ ທ່າແຮງບົ່ມຊ້ອນ​ແລະ​ ຍຸດທະສາດຂອງແຂວງ, ສະພາບການທ່ອງທ່ຽວ, ການຜະລິດກະສິກໍາ, ການຂົນສົ່ງ ໂຣຈິສຕິກ​ ແລະ​ ພະລັງງານສະອາດ.​ ນອກນັ້ນ, ທ່ານເຈົ້າແຂວງ​ ຍັງໄດ້ສະແດງຄວາມຂອບໃຈຢ່າງຫຍິ່ງ​ ຕໍ່ການສະໜັບສະໜູນຊ່ວຍເຫຼືອ ຂອງ ສປ ຈີນໃນໄລຍະຜ່ານ ກໍຄືສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງປະຕິບັດແຜນແມ່ບົດໃນການສ້າງຄູ່ຮ່ວມຊາຕາກຳ ຈີນ​ – ລາວ, ປັບປຸງ ແລະ ເພີ່ມທະວີຄວາມສາມັກຍົກລະ ດັບກົນໄກການຮ່ວມມື; ພ້ອມນິ້, ກໍໄດ້ອວຍພອນໃຫ້ແກ່ສາຍພົວພັນລາວ​ – ຈີນ,​ ຈີນ​ – ລາວ ຈົ່ງໝັ້ນຄົງທະນົງແກ່ນ; ພິເສດ ຂໍໃຫ້ທ່ານເອກອັກຄະລັດຖະທູດ ພ້ອມຄະນະ ຈົ່ງປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ ສືບຕໍ່ເສີມຂະຫຍາຍສາຍພົວ ພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ​ – ຈີນ, ຈີນ​ – ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ທ່ານ ນາງ ຟາງ ຫົງ ໄດ້ສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນ ຂອງ ທ່ານເຈົ້າແຂວງ ພ້ອມຄະນະ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ໝາກຜົນ ຜົນງານຂອງແຂວງຈໍາປາສັກ ພາຍໃຕ້ການນໍາພາ​ -​ ຊີ້ນໍາ​ ຂອງຄະນະພັກ​ – ຄະນະນໍາແຂວງ, ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ ກໍໄດ້ແຈ້ງໃຫ້ຮູ້ເຖິງການເຄື່ອນ ໄຫວ ເຮັດວຽກຂອງຄະນະໃນຄັ້ງນີ້ ເພື່ອປະຕິບັດແຜນແມ່ບົດຄູ່ຮ່ວມຊາຕາກໍາ ລາວ​ – ຈີນ,​ ຈີນ​ – ລາວ ກໍຄືຢູ່ໃນທ້ອງຖິ່ນ; ສືບຕໍ່ຊ່ວຍເຫຼືອດ້ານການສືກສາ, ການສ້າງບຸກຄະລາກອນໃຫ້ແກ່ຈໍາປາສັກ.​ ພິເສດ, ສະຖານເອກອັກຄະລັດຖະທູດ ສປ ຈີນ ຍັງໄດ້ມອບເງິນຈໍານວນ 10.000 ໂດລາສະຫະລັດ ໃຫ້ແກ່​ແຂວງຈໍາປາສັກ​ ເພື່ອຊ່ວຍຜູ້ດ້ອຍໂອກາດທາງດ້ານການສຶກສາ ພາຍໃນແຂວງດັ່ງກ່າວ.
ຂ່າວ​-ພາບ​: ພູ​ທິບ​ສະຫວັນ