ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຈໍາປາສັກ ຕ້ອນຮັບຮອງປະທານຄະນະກວດກາສູນກາງພັກ

Mar 25, 2025

ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ຕ້ອນຮັບທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ພ້ອມຄະນະ ໃນວັນທີ 25 ມີນາ 2025 ທີ່ຫ້ອງວ່າການແຂວງ, ໃນໂອກາດມາຊຸກຍູ້ ຕິດຕາມວຽກງານກວດກາຢູ່ແຂວງຈຳປາສັກ.
ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາເຄື່ອນໄຫວວຽກງານໃນຄັ້ງນີ້, ສະແດງເຖິງຄວາມເອົາໃຈໃສ່ ໃນການຊຸກຍູ້ວຽກງານ ກໍຄື ການຕິດຕາມ, ກວດກາ ການປະຕິບັດຜົນຂອງການກວດກາຢູ່ແຂວງຈຳປາສັກ, ພ້ອມທັງລາຍງານສະພາບລວມ, ບັນດາຄາດໝາຍວຽກງານອັນສຳຄັນພາຍໃນແຂວງ ໂດຍສະເພາະ ວຽກງານກວດກາ ເຊິ່ງຄະນະພັກ, ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂບັນຫາກວດກາ ໂດຍສຸມໃສ່ກວດກາການເຄື່ອນໄຫວຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄຳສັ່ງຕ່າງໆ ແລະ ລະບຽບຂອງພັກເປັນປົກກະຕິ ລວມທັງຕິດຕາມກວດກາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຖັນແຖວສະມາຊິກພັກ ແລະ ການຈັດຕັ້ງພັກ ຕາມກົດລະບຽບພັກວາງອອກໄດ້ຢ່າງເຂັ້ມງວດ.
ທ່ານ ໄຊຄຳ ອຸ່ນມີໄຊ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບ, ພ້ອມທັງຍ້ອງຍໍຊົມເຊີຍການນຳແຂວງຈຳປາສັກ ໃນເອົາໃຈໃສ່ນຳພາ-ຊີ້ນຳວຽກງານຮອບດ້ານ ຢູ່ແຂວງຈຳປາສັກ ແລະ ການມາເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອລົງຕິດຕາມ ຊຸກຍູ້ວຽກງານ ຕິດຕາມ, ກວດກາການປະຕິບັດຜົນຂອງການກວດກາ ຢູ່ແຂວງຈຳປາສັກ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄວຂຶ້ນກວ່າເກົ່າ.
ຂ່າວ: ທັດຊະນະ