ວັນທີ 7 ຕຸລາ 2024 ນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍການນໍານະຄອນປາກເຊ, ບັນດາພະແນກການ, ຂະແໜງການກ່ຽວຂ້ອງຂອງແຂວງ ແລະ ນະຄອນປາກເຊ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ ກ່ຽວກັບການບໍລິຫານ ແລະ ການບໍລິການໃນແຕ່ລະດ້ານຢູ່ຕະຫລາດໃໝ່ປາກເຊ.
ໂອກາດນີ້, ທ່ານ ສົມພອນ ລາດສິນສະຫງວນ ຮອງອໍານວຍການບໍລິສັດ ບໍລິການ-ການຄ້າ ປາກເຊ ຈໍາກັດ(ຕະຫລາດໃໝ່ປາກເຊ) ໄດ້ນໍາພາທ່ານເຈົ້າແຂວງ ລົງຕິດຕາມເບິ່ງຕາມແຕ່ລະຈຸດພາຍໃນຕະຫລາດ ເປັນຕົ້ນ ຕິດຕາມເບິ່ງບັນຍາກາດການຊື້-ຂາຍ ຕົວຈິງຂອງຜູ້ປະກອບການຄ້າ-ຂາຍ, ຕິດຕາມເບິ່ງຄວາມເປັນລະບຽບ, ການຮັກສາຄວາມສະອາດ, ການຈັດສັນຄິວລົດໂດຍສານ, ການຈັດສັນບ່ອນຈອດລົດຂອງຜູ້ມາໃຊ້ບໍລິການຢູ່ຕະຫລາດ. ຈາກນັ້ນ, ກໍໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານຂອງບໍລິສັດ ບໍລິການ-ການຄ້າ ປາກເຊ ຈໍາກັດ ໃນຊຸມປີຜ່ານມາ ເຊິ່ງມີທັງຂໍສະດວກ ແລະ ຂໍ້ຫຍຸ້ງຍາກທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ດີຂຶ້ນ.
ພ້ອມນີ້, ທ່ານເຈົ້າແຂວງຈໍາປາສັກ ໄດ້ເນັ້ນໜັກຕື່ມຕໍ່ການບໍລິຫານ ແລະ ການບໍລິການຢູ່ຕະ ຫລາດດັ່ງກ່າວ ໂດຍໃຫ້ມີການສຶກສາອົບຮົມພະນັກງານ ທີ່ເຮັດໜ້າທີ່ບໍລິການພາຍໃນຕະຫລາດ ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ຕໍ່ຜູ້ເຂົ້າມາໃຊ້ບໍລິການໃນຕະຫລາດ, ຮັບຟັງຫາງສຽງຂອງຊາວຄ້າ-ຂາຍ ເພື່ອນໍາມາພິຈາລະນາແກ້ໄຂ ເປັນຕົ້ນ ລາຄາຄ່າເຊົ່າ, ບັນຫາຄວາມສະອາດ. ພ້ອມນີ້, ກໍຕ້ອງໄດ້ລົງໃກ້ຊິດກຸ່ມຂົນສົ່ງ, ຊາວຄ້າຂາຍເຄື່ອງແຫ້ງ, ເຄື່ອງສົດ, ການຈັດສັນຄວາມເປັນລະບຽບໂດຍກໍານົດສະຖານທີ່ຈອດລົດ, ກຳນົດບ່ອນຄ້າຂາຍ, ການຮັກສາຄວາມສະອາດ, ຄວາມສວາຍງາມໃນຕະຫລາດ ໂດຍເປີດຂະບວນການອະນາໄມລວມ ໃຫ້ຜູ້ປະກອບການຄ້າ-ຂາຍ ມີສ່ວນຮ່ວມແລ້ວ ມອບຄວາມຮັບຜິດຊອບໃຫ້ເຂົ້າເຈົ້າສືບຕໍ່ຮັກສາຄວາມສະອາດໃນແຕ່ລະວັນ; ແກ້ໄຂເລື່ອງຄົນຂໍທານ, ຄົນເລລ້ອນ ບໍ່ໃຫ້ມີໃນຕະຫລາດ.
ນອກຈາກນີ້, ໃຫ້ຄະນະອໍານວຍການ ແລະ ພະນັກງານນໍາພາຂອງບໍລິສັດ ບໍລິການ-ການຄ້າ ປາກເຊ ຈໍາກັດ ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານບໍລິຫານຕະຫລາດ, ຊາວຄ້າ-ຂາຍ, ມີການປັບປຸງໜ່ວຍງານບໍລິການຕະຫລາດໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງ, ຍົກສູງການບໍລິຫານ ແລະ ການບໍລິການໃຫ້ດີກວ່າເກົ່າ, ວາງລະບົບປ້ອງກັນຄວາມປອດໄພຮອບດ້ານໃຫ້ມີຄວາມຮັບປະກັນ ໃຫ້ໄດ້ 100%, ຍົກສູງສະພາບຄວາມສະອາດໃນຕະຫລາດ, ສຸມໃສ່ແກ້ໄຂການຈອດລົດຕາມແຄມທາງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຖືສໍາຄັນການຄຸ້ມຄອງສິນຄ້າ ແລະ ລາຄາສິນຄ້າ ເປັນຕົ້ນ ການຕັ້ງຕາຊິງ, ການຕິດລາຄາສິນຄ້າ ແລະ ອື່ນໆ.
ຂ່າວ-ພາບ: ຈັນທະວີສັກ






