ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຈໍາປາສັກ ເຄື່ອນໄຫວຊຸກຍູ້ການຟື້ນຟູ -​ ພັດທະນາ​ແຫຼ່ງທ່ອງທ່ຽວ​ ພູອາສາ ແລະ​ ບຶງກຽດໂງ້ງ

May 16, 2025

ເຈົ້າແຂວງຈໍາປາສັກ ເຄື່ອນໄຫວຊຸກຍູ້ການຟື້ນຟູ -​ ພັດທະນາ​ແຫຼ່ງທ່ອງທ່ຽວ​ ພູອາສາ ແລະ​ ບຶງກຽດໂງ້ງ
ວັນທີ 15 ພຶດສະພາ 2025,​ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ​ ພ້ອມດ້ວຍການນໍາພະແນກການກົມກອງທີ່ກ່ຽວຂ້ອງຂອງແຂວງ​ ຮ່ວມກັບ​ການນໍາ​ເມືອງປະທຸມພອນ​ ໄດ້ເຄື່ອນໄຫວຢ້ຽມຢາມພູອາສາ ແລະ​ ພົບປະ​ຢ້ຽມຢາມ​ຄະນະພັກ​ -​ ອົງ​ການປົກຄອງ​ບ້ານ, ພໍ່ແມ່ປະຊາຊົນບ້ານກຽດໂງ້ງ.​
ໂອກາດນີ້,​ ທ່ານ​ເຈົ້າແຂວງ​ ພ້ອມ​ຄະນະ​ ກໍໄດ້ຮັບຟັງການລາຍງານສະພາບລວມ,​ ຈຸດພິເສດ ແລະ​ ທີ່ຕັ້ງຂອງບ້ານ​ ລວມທັງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -​ ສັງຄົມ​ຂອງບ້ານໂດຍຫຍໍ້.​ ຈາກນັ້ນ,​ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ​ ກໍ​ມີຄໍາເຫັນ​ໂອ້ລົມ, ບາງຕອນທ່ານກ່າວວ່າ: ການ​ເຄື່ອນໄຫວ​ຄັ້ງນີ້​ ກໍເພື່ອຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງປະທຸມພອນ​ ແຕ່ຫົວທີ ເວົ້າລວມ,​ ເວົ້າ​ສະເພາະ​ແມ່ນການຟື້ນຟູ -​ ພັດທະນາ​ແຫຼ່ງທ່ອງທ່ຽວພູອາສາ ແລະ​ ບຶງກຽດໂງ້ງ​ ຕິດພັນກັບ​ການອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີ​ ແລະ​ ສະພາບແວດລ້ອມ,​ ທັດສະນີຍະພາບພູອາສາ -​ ບຶງກຽດໂງ້ງ,​ ກິດຈະກໍາການທ່ອງທ່ຽວ,​ ການທໍາມາຫາກິິນຂອງປະຊາຊົນ ທີ່ຕິດພັນກັບທໍາມະຊາດ​ ໂດຍມອບໃຫ້ພະແນກຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ແຂວງ​ ປະສານສົມທົບກັບ​ ພະແນກການ​ກ່ຽວຂ້ອງ,​ຄະນະພັກ -​ ອົງການ​ປົກຄອງ​ເມືອງ​ປະທຸມພອນ​ ວາງແຜນເພື່ອຟື້ນຟູພັດທະນາແຫຼ່ງທ່ອງທ່ຽວພູອາສາ ແລະ​ ບຶງກຽດໂງ້ງ ຮ່ວມກັນ; ມອບໃຫ້ເມືອງລົງນໍາພາ​ -​ ຊີ້ນໍາຄະນະພັກ​ -​ ອົງການປົກຄອງບ້ານ ແລະ​ ພໍ່ແມ່ປະຊາຊົນ​ ໃຫ້ຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງ​ປະຕິບັດ​ລະບຽບກົດໝາຍ.​ ມອບໃຫ້ການຈັດຕັ້ງບ້ານເປັນເຈົ້າການ​ ໃນການຄຸ້ມຄອງ,​ ອະນຸລັກປົກປັກຮັກສາສະພາບແວດລ້ອມ​ ທໍາມະຊາດ; ສືບຕໍ່​ເສີມຂະຫຍາຍການທໍາມາຫາກິນ,​ ກິດຈະກໍາການທ່ອງທ່ຽວ,​ ການຕໍ່າແຜ່ນແພ,​ ດ້ານວັດທະນະທໍາ,​ ຮີດຄອງປະເພນີ,​ ຜະລິດຫັດຖະກໍາ ແລະ​ ກິດຈະກໍາດ້ານຕ່າງໆ​ ທີ່ຕິດພັນກັບການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ; ອະນຸລັກຮັກສາເຂດອຸທິຍານແຫ່ງຊາດທີ່ມີຢູ່ ເປັນຕົ້ນແມ່ນທໍາມະຊາດ,​ ປ່າໄມ້​ ແລະ​ ແຫຼ່ງນໍ້າ ຄຽງຄູ່ກັບການສ້າງສາພັດທະນາ​ປະເທດຊາດ​ບ້ານເມືອງ​ ກໍຄືຊີວິດການເປັນຢູ່​ຂອງປະຊາຊົນ​,​ ສົ່ງເສີມ​ອາຊີບທີ່ສອດຄ່ອງກັບລະບຽບກົດໝາຍ.​ ພ້ອມນີ້,​ ກໍໄດ້​ມອບເງິນ​ໃຫ້ຄະນະພັກ​ -​ ອົງການ​ປົກຄອງບ້ານ​ກຽດໂງ້ງ 5 ລ້ານ​ກີບ.​ ຈາກນັ້ນ,​ ເຈົ້າແຂວງຈໍາປາສັກ​ ພ້ອມຄະນະ​ ຍັງໄດ້ຢ້ຽມຢາທສວນກ້າເບ້ຍໄມ້ຊຸມຊົນ​ ເພື່ອຕອບສະໜອງເບ້ຍໄມ້ປູກໃນເຂດອຸທະຍານແຫ່ງຊາດ​ ເຊປຽນ​ ຕື່ມອີກ.
ຂ່າວ​-ພາບ​: ທູນທອງໃຈ