ວັນທີ 16 ມິຖຸນາ 2025, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍ ທ່ານ ສຸພາບ ທໍາມະຮັກສາ ເລຂາຄະນະບໍລິຫານງານພັກນະຄອນ, ທ່ານ ສຸກວິໃສ ສີສົມຫວັງ ເຈົ້ານະຄອນປາກເຊ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການສ້ອມແປງ - ກໍ່ສ້າງທາງເບຕົົງ 2 ເສັ້ນ ຢູ່ບ້ານພັດທະນາໂພນໄຊ ໂດຍມີການນໍາບໍລິສັດຜູ້ຮັບເໝົາການກໍ່ສ້າງ, ຄະນະພັກ - ອົງການປົກຄອງບ້ານພັດທະນາໂພນໄຊ ເຂົ້າຮ່ວມ.
ທ່ານ ສຸກວິໃສ ສີສົມຫວັງ ເຈົ້ານະຄອນປາກເຊ ໃຫ້ຂໍ້ມູນວ່າ: ການສ້ອມແປງ - ກໍ່ສ້າງເສັ້ນທາງ ຢູ່ຂອບເຂດບ້ານໂພນໄຊ ຄັ້ງນີ້ ມີ 2 ເສັ້ນທາງ ຄື: ເສັ້ນທາງເລກທີ 24 ແລະ 46,ຮູບແບບການສ້ອມແປງ – ກໍ່ສ້າງ ແມ່ນຕາມແບບມາດຖານຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກໍານົດໄວ້ ຄື: ເສັ້ນທາງເລກທີ 24, ກວ້າງ 12 ແມັດ + ທາງຄົນຍ່າງ ກວ້າງ 1.5 ແມັດ x 2 ເບື້ອງ ເປັນ 3 ແມັດ, ລວມ 15 ແມັດ, ຍາວ 320 ແມັດ, ໜາ 23 ຊັງຕີແມັດ, ຮ່ອງລະບາຍນໍ້າເປັນຮູບໂຕຢູ.
ເສັ້ນທາງເລກທີ 46, ກວ້າງ 9 ແມັດ, ທາງຄົນຍ່າງ ກວ້າງ 1.5 ແມັດ x 2 ເບື້ອງ ເປັນ 3 ແມັດ, ລວມ 12 ແມັດ, ຍາວ 393 ແມັດ x ໜາ 23 ຊັງຕີແມັດ, ຮ່ອງລະບາຍນໍ້າເປັນຮູບໂຕຢູ ໂດຍແມ່ນບໍລິສັດ ຕັງຈະເລີນ ເປັນຜູ້ດໍາເນີນການສ້ອມແປງ – ກໍ່ສ້າງ ມູນຄ່າປະມານ 10 ຕື້ກີບ ເຊິ່ງເປັນທຶນໄດ້ມາຈາກການລະດົມຂອງຄະນະພັກ - ອົງການປົກຄອງແຂວງຈໍາປາສັກ ແລະ ການປະກອບສ່ວນຂອງອົງການຈັດຕັ້ງສັງຄົມ, ບໍລິສັດ, ຫົວໜ່ວຍທຸລະກິດ, ນະຄອນປາກເຊ ແລະ ປະຊາຊົນພາຍໃນບ້ານພັດທະນາໂພນໄຊ.






