ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໃຫ້ທັດສະນະກ່ຽວກັບວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ ໂດຍທ່ານກ່າວວ່າ: ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ເປັນວັນທີ່ມີຄວາມໝາຍສໍາຄັນຂອງການປະຕິວັດ ສະເພາະຢູ່ປະເທດເຮົາ ສື່ມວນຊົນລາວ ຍາມໃດກໍຕິດພັນສະໜິດແໜ້ນກັບປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ. ຕະຫຼອດໄລຍະແຫ່ງການນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ ແລະ ອິດສະລະພາບມາສູ່ປະຊາຊົນ ກໍຄືໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນລະບອບປະຊາທິປະໄຕ ປະຊາຊົນ. ພັກປະຊາຊົນ ປະຕິວັດລາວ ຍາມໃດກໍຖືວຽກງານໂຄສະນາຖະແຫຼງຂ່າວສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນຫົວໃຈສໍາຄັນອັນໜຶ່ງ ກາຍເປັນພາຫະນະອາວຸດອັນແຫຼມຄົມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນໄຊຊະນະລວມ ຂອງການປະຕິວັດ ໃນແຕ່ລະໄລຍະ ແລະ ຕະຫຼອດໄລຍະ ແຫ່ງການນໍາພາຂະບວນການປະຕິວັດ, ສື່ມວນຊົນລາວ ກໍຄືນັກຂ່າວ ໄດ້ມີບົດບາດສໍາຄັນເປັນກະບອກສຽງຂອງອົງການຈັດຕັ້ງຂອງພັກ-ລັດ ແລະ ສັງຄົມ ໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມນ້ຳໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານ ທາງດ້ານການເມືອງ, ເສດຖະກິດ – ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທີງ ໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານປາກົດການຫຍໍ້ທໍ້ໃນສັງຄົມ, ຖ້ອຍທຳນອງບິດເບືອນຄວາມຈິງ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າ. ພ້ອມດຽວກັນ ທ່ານໄດ້ຍົກໃຫ້ເຫັນສື່ຕ່າງໆທີ່ປະຕິບັດໃນໄລຍະຕໍ່ສູ້ກູ້ຊາດ ຊຶ່ງເຫັນວ່າຍາມໃດນັກຂ່າວເຮົາກໍຄຽງບ່າຄຽງໄລ່ກັບອ້າຍນ້ອງທະຫານ, ນັກຮົບວິລະຊົນຕ່າງໆເພື່ອເກັບກຳພາບການເຄື່ອນໄຫວຕ່າງໆໃນໄລຍະທີ່ຜ່ານມາ.

ທ່ານເຈົ້າແຂວງ ກ່າວອີກວ່າ: ໃນໂອກາດວັນສຳຄັນດັ່ງກ່າວນີ້, ທາງຄະນະພັກແມ່ນໃຫ້ຄວາມສຳຄັນຫຼາຍໂດຍສະເພາະຊຸກຍູ້ຂະແໜງການທີ່ຮັບຜິດຊອບເປັນເຈົ້າການໂດຍນຳພາຂອງຄະນະພັກຂັ້ນເທິງຈັດຂະບວນການໂຄສະນາປູກຈິດສຳນຶກຕໍ່ມູນເຊື້ອ, ໂຄສະນາໃຫ້ສັງຄົມຮັບຮູ້ເຖິງຄວາມສຳຄັນຂອງສື່ ແລະ ມີການສະໜັບສະໜູນຕໍ່ຂະແໜງການດັ່ງກ່າວກໍຄືຕໍ່ຜູ້ທີ່ເຮັດວຽກງານຕົວຈິງ ໃຫ້ແຂງແຮງກວ່າເກົ່າ.
ເພື່ອເປັນການຕ້ອນຮັບກອງປະຊຸມໃຫ່ຍ ຄັ້ງທີ IX ຂອງຜູ້ແທນອົງຄະນະພັກແຂວງທີ່ຈະໄຂຂຶ້ນໃນມໍ່ໆນີ້ ທັງເປັນການພັດທະນາສື່ມວນຊົນ ໃຫ້ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ ແລະ ເປັນກະບອກສຽງທີ່ແຫຼມຄົມຂອງພັກ-ລັດ ທັງລວງເລິກ-ລວງກ້ວາງ, ພັດທະນາເນື້ອໃນ ແລະ ຮູບການສື່ມວນຊົນໃຫ້ຮັບປະກັນ ທັງສາມາດດຶງດູດຜູ້ອ່ານ, ຜຸ້ງຟັງ ໃຫ້ນັບມື້ຫຼາຍຂຶ້ນ.
ຂ່າວ: ນາງ ປະພິດ ສີສົມບູນ, ພາບ: ຈັນທະວີສັກ


