ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຊຽງຂວາງ ກວດກາໂຄງການຂຸດຄົ້ນແຮ່ເຫລັກຢູ່ເຂດສອງບ້ານຂອງເມືອງແປກ

Nov 13, 2024

ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວກວດກາໂຄງການສຳຫລວດຂຸດຄົ້ນແຮ່ເຫລັກ ຂອງກຸ່ມບໍລິສັດພົງຊັບທະວີ ຈຳກັດ ຜູ້ດຽວ ໃນວັນທີ 12 ພະຈິກ 2024 ຢູ່ເຂດບ້ານໝີ່ຄູນ ແລະ ບ້ານມອນຄຳ ເມືອງແປກ.
ທ່ານ ອານຸລັກ ໄຊຍະຈິດ ຜູ້ບໍລິຫານຫ້ອງການ ປະຈຳ ແຂວງຊຽງຂວາງ ໄດ້ລາຍ ງານການຈັດຕັ້ງປະຕິບັດວຽກງານ ຂອງໂຄງການ ໂດຍບໍລິສັດໄດ້ເຊັນສັນຍາພັດທະ ນາບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫລັກ (ແຮ່ຝຸ່ນ) ຢູ່ເຂດບ້ານໝີ່ຄູນ ແລະ ບ້ານມອນຄຳ ເມືອງແປກ ແຂວງຊຽງຂວາງ ເປັນເວລາ 12 ປີ ໃນເນື້ອທີ່ 14,08 ກິໂລຕາແມັດ, ຄຸນນະພາບແຮ່ 62-65%, ຊຶ່ງບໍລິສັດໄດ້ດຳເນີນເອກະສານຕາມລະບຽບ ທີ່ກຳນົດໄວ້ ແລະ ໄດ້ສຳເລັດເອກະສານຮັບຮອງແຜນຈຳໜ່າຍ ປະຈຳ ປີ 2024 ໄດ້ຮັບໜັງສືແຈ້ງຈຳໜ່າຍ ຜະລິດຕະພັນແຮ່ເຫລັກຄັ້ງທີ 1 ຈຳນວນ 20.000 ໂຕນ ພ້ອມນີ້ ຍັງໄດ້ເຄື່ອນຍ້າຍແຮ່ ຈາກສະໜາມປາກບໍ່ ໄວ້ສະໜາມ 2 ຈຳນວນ 24.419 ໂຕນ ແລະ ໄດ້ສົ່ງອອກໄປ ສປ ຈີນ 5.000 ໂຕນ, ໄດ້ສຳເລັດສັນຍາສຳປະທານໂຄງການແບບປົກກະຕິ, ຊຳລະຄ່າຊັບພະຍາກອນທຳມະຊາດ ແລະ ພັນ ທະຕ່າງໆ ຕາມສັນຍາ, ຮັບຮອງບົດວິພາກເສດຖະກິດ, ບົດສຶກສາຜົນກະທົບດ້ານສິ່ງແວດລ້ອມ, ຂໍອະນຸຍາດສ້າງຕັ້ງໂຮງງານຄືນໃໝ່, ກໍ່ສ້າງພື້ນຖານໂຄງລ່າງ, ຈຸດຂຸດຄົ້ນທີ 1 (ຂຸດຄົ້ນແລ້ວ 8%) ແລະ ສືບຕໍ່ຂຸດຄົ້ນຈຸດທີ 1 ແລະ ກະກຽມຂຸດຄົ້ນຈຸດອື່ນໆ. ໂຄງການຂຸດຄົ້ນແຮ່ເຫລັກ ມີໂຮງງານປຸງແຕ່ງ 1 ຊຸດ ກຳລັງການຜະລິດ 200-300 ໂຕນຕໍ່ມື້ຕໍ່ ແລະ ໃນຕໍ່ໜ້າທາງໂຄງການຍັງມີແຜນຂະຫຍາຍອີກ 1 ໂຮງ ງານ.
ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ເນັ້ນໃຫ້ສ້າງຄວາມສາມັກຄີພາຍໃນບ້ານ ກັບບໍລິສັດ ໃຫ້ ແໜ້ນແຟ້ນ, ຖືສຳຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກຳໄດ້ຄົນເຂົ້າອອກບ້ານ, ແບ່ງຄວາມຮັບຜິດຊອບຄຸ້ມຄອງລະອຽດ, ເອົາໃຈໃສ່ການຊົມໃຊ້ສື່ສັງຄົມອອນລາຍ ໃຫ້ມີສະຕິມີຄວາມຮັບຜິດ ຊອບ, ການພັດທະນາພື້ນຖານໂຄງລ່າງ ປະສານວຽກງານຮ່ວມກັນລະຫວ່າງບ້ານ-ບໍລິສັດ-ເມືອງແລະ ແຂວງ, ເອົາໃຈໃສ່ຮັກສາສິ່ງແວດລ້ອມ ໃຫ້ໄດ້ມາດຕະ ຖານເຕັກນິກຄັກແນ່, ກວດຄືນເອກະສານຕ່າງໆ, ກວດກາຄຸ້ມຄອງຂຶ້ນບັນຊີແຮງງານ ໃຫ້ລະອຽດຊັດເຈນ ແລະ ອື່ນໆ.
ຂ່າວ: ບຸນມີ ແສງທຸມມີ