ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍພະແນກການ, ຄະນະກຳມະການຄຸ້ມກອງໄພພິບັດຂັ້ນແຂວງ, ເມືອງຄຳ ແລະ 2 ກອງບັນຊາການ ປກສ-ປກຊ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມ ຢູ່ກຸ່ມວຽງໄຊ ເມືອງຄຳ ແຂວງຊຽງຂວາງ ໃນວັນທີ 31 ກໍລະກົດ 2025.
ຕາງໜ້າເລຂາພັກກຸ່ມວຽງໄຊ ໄດ້ລາຍງານ ສະພາບນ້ຳຖ້ວມ ໃນຄັ້ງວັນທີ 22 ກໍລະກົດ 2025 ຜ່ານມາ, ເຊິ່ງກຸ່ມວຽງໄຊ ໄດ້ຮັບຜົນກະທົບມີ 3 ບ້ານຄື: ບ້ານໂພສີ ຄຸ້ມສົບມ້າ, ບ້ານໂພນທັນ, ບ້ານນາພຽງ ຄຸ້ມຫົວນາ ມີເຮືອນເສຍຫາຍ100% ມີ 6 ຫລັງ, ມີ 45 ຄົນ ຍິງ 18 ຄົນ, ເຮືອນທີ່ເສຍຫາຍ 50% ມີ 13 ຫລັງ, ເສຍຫາຍເລັກນ້ອຍມີ 16 ຫລັງ, ເນື້ອທີ່ນາເສຍຫາຍ 52 ເຮັກຕາ, ສວນສາລີ 45 ເຮັກຕາ, ໜອງປາ 35 ໜອງ, ສັດໃຫຍ່ 9 ໂຕ, ສັດປີກ 200 ກວ່າໂຕ, ລົດເດີນຕາມ 3 ຄັນ, ລົດຈັກ 6 ຄັນ, ເຄື່ອງຈັກສີດຢາ 18 ເຄື່ອງ, ບາດເຈັບ 1 ຄົນ, ຂົວອູ່ 2 ແຫ່ງ, ຊົນລະປະທານ 2 ແຫ່ງ, ນ້ຳລິນ 4 ແຫ່ງ. ນອກນີ້, ຍັງມີເສົາໄຟຟ້າ, ສາຍໄຟ, ເສັ້ນທາງຖືກຕັດຂາດ ເສຍຫາຍຫລາຍສົມຄວນ. ປັດຈຸບັນ, ປະຊາຊົນ ກຸ່ມວຽງໄຊ ຕ້ອງການໃຫ້ພາກສ່ວນກ່ຽວຂ້ອງລົງສ້ອມແປງທາງເຂົ້າບ້ານ ແລະ ລະບົບໄຟຟ້າ.

ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ມີຄຳເຫັນໂອ້ລົມປະຊາຊົນ ແລະ ຊີ້ນຳບັນດາພະແນກການທີ່ກ່ຽວຂ້ອງ ເອົາໃຈໃສ່ ເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນຟື້ນຟູ ແລະ ສ້ອມແປງເຮືອນຊານ, ກິນຢູ່ໃຫ້ຖືກຫລັກອະນາໄມ ຕ້ານພະຍາດຖອກທ້ອງ ແລະ ໄຂ້ຍຸງ, ປູກພືດທົດແທນພື້ນທີ່ ທີ່ໄດ້ຮັບຜົນກະທົບ, ບັນດາພະແນກການ ໃຫ້ລົງໃກ້ຊິດຕິດແທດ ຕິດຕາມ ເຝົ້າລະວັງການລະບາດຂອງພະຍາດ, ຕິດຕາມພະຍາກອນອາກາດ, ຊີ້ນຳ ແລະ ຈັດຕັ້ງປະຕິບັດໜ້າວຽກຂອງຕົນ ເປັນຕົ້ນ ສ້ອມແປງເສັ້ນທາງ, ຕາຂ່າຍໄຟຟ້າ, ນ້ຳລິນ ແລະ ອື່ນໆ.
ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຊຽງຂວາງ ຍັງໄດ້ມອບເຄື່ອງຊ່ວຍເຫລືອໃຫ້ກຸ່ມວຽງໄຊ ເຊິ່ງປະກອບມີ: ສັງກະສີ, ເຂົ້າສານ, ໝີ່ສຳເລັດຮູບ, ນ້ຳດື່ມ, ເຄື່ອງຄົວເຮືອນ, ເຄື່ອງສຸຂະອະນາໄມ, ຜ້າຫົ່ມ, ມຸ້ງ ແລະ ອື່ນໆ ລວມມູນຄ່າ 43 ລ້ານກວ່າກີບ ພ້ອມທັງມອບເຄື່ອງໃຫ້ບ້ານແງ້ວ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມເຊັ່ນດຽວກັນ ເປັນຕົ້ນ ສັງກະສີ, ເຂົ້າສານ, ໝໍ້, ນ້ຳດື່ມ, ເຄື່ອງຄົວເຮືອນ, ເຄື່ອງສຸຂະອະນາໄມ, ມຸ້ງ, ເລັກຕາປູ ແລະ ອື່ນໆ ລວມມູນຄ່າ 24 ລ້ານກວ່າກີບ.

ຂ່າວ, ບຸນມີ ແສງທຸມມີ


