ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງບໍ່ແກ້ວ ຕ້ອນຮັບທູດອິນໂດເນເຊຍ ປະຈຳລາວ

Nov 14, 2024

ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ ໄດ້ຕ້ອນຮັບທ່ານ ນາງ ກຣາຕ້າ ເອັນດາ ເວີຣດານິງຕຽສ (Grata Endah Werdaningtyas) ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ສປປ ລາວ ພ້ອມຄະນະ ໃນວັນທີ 14 ພະຈິກ 2024 ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ.
ທ່ານ ທອງຈັນ ມະນີໄຊ ໄດ້ກ່າວວ່າ: ແຂວງບໍ່ແກ້ວ ຍັງເປັນແຂວງທີ່ມີຄວາມຫຍຸ້ງຍາກ ທາງດ້ານພື້ນຖານໂຄງລ່າງ ເປັນຕົ້ນ ຖະໜົນຫົນທາງ ຈາກແຂວງຫາເມືອງ ແລະ ຈາກເມືອງຫາບ້ານ, ເນື້ອທີ່ສ່ວນຫລາຍເປັນພູດອຍກວມເອົາ 70% ຂອງເນື້ອທີ່ທັງໝົດ ພ້ອມນີ້, ຍັງມີເມືອງທຸກຍາກ ແລະ ບ້ານທຸກຍາກ ທີ່ຢູ່ໃນບັນຊີຄວາມທຸກຍາກຂອງລັດຖະບານ ເຫັນວ່າກວມເອົາອັດຕາ ສ່ວນສູງສົມຄວນ ຖ້າທຽບໃສ່ແຂວງອື່ນ, ແຫລ່ງທ່ອງທ່ຽວຫລາຍແຫ່ງ ຍັງບໍ່ທັນໄດ້ພັດທະນາ, ຊຶ່ງໄລຍະຜ່ານມາລັດຖະ ບານລາວ ແລະ ອິນໂດເນເຊຍ ກໍໄດ້ມີການພົວພັນຮ່ວມມືຫລາຍດ້ານ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງການຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນຂົງເຂດວຽກງານກະສິກໍາ, ການສຶກ ສາ, ການຄ້າການລົງທຶນ ແລະ ວຽກງານດ້ານອື່ນໆ.
ໂອກາດນີ້, ທ່ານ ນາງ ກຣາຕ້າ ເອັນດາ ເວີຣດານິງຕຽສ ໄດ້ສະເໜີຈຸດປະສົງການເຮັດວຽກໃນຄັ້ງນີ້ ເນື່ອງຈາກໄດ້ຮັບຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນໂດເນ ເຊຍ ປະຈຳ ສປປ ລາວ ຄົນໃໝ່. ໃນໄລຍະຜ່ານມາ 2 ປະເທດ ອິນໂດເນເຊຍ ແລະ ລາວ ກໍໄດ້ມີການພົວພັນຮ່ວມມືຫລາຍດ້ານໄປທາງທີ່ດີ ແລະ ຈະສືບຕໍ່ພົວພັນຮ່ວມມື ເພື່ອຮັດແໜ້ນຄວາມສາມັກຄີ ໄມຕີຈິດ ເຂົ້າໃນວຽກງານຫລາຍດ້ານ ເປັນຕົ້ນ ວຽກ ງານການທອງທ່ຽວ, ກະສິກໍາ ແລະ ການສຶກສາ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ: ຄໍາເພັງ ສີສະຫວ່າງ