ເຈົ້າແຂວງວຽງຈັນ ຕ້ອນຮັບຄະນະອຸປະທູດ ແຫ່ງຣາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ.

ໃນຕອນບ່າຍຂອງວັນທີ 4 ກຸມພາ 2025 ນີ້, ທ່ານ ໂທມັສ ລາມມາຣ ອຸປະທູດ ແຫ່ງຣາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ, ພ້ອມດ້ວຍຄະນະໄດ້ເດີນທາງມາພົບປະຢ້ຽມຢາມແຂວງວຽງຈັນ ໃຫ້ກຽດຕ້ອນຮັບຄັ້ງນີ້ໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ພ້ອມດ້ວຍຄະນະ ພິທີດັ່ງກ່າວໄດ້ມີ ຂຶ້ນທີ່ຫ້ອງຮັບຮອງຂອງແຂວງ.
ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ກ່າວສະແດງການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ລາຍງານສະພາບລວມຂອງແຂວງວຽງຈັນໂດຍຫຍໍ້, ບັນດາທ່າແຮງທີ່ສຳຄັນໃນການພັດທະນາຂອງແຂວງ, ພ້ອມນີ້ທ່ານຍັງໄດ້ສະແດງຄວາມຊົມເຊີຍບັນດາໂຄງການທີ່ປະເທດລຸກຊຳບວກໄດ້ໃຫ້ການຊ່ວຍເຫຼືອແຂວງວຽງຈັນ ໃນໄລຍະຜ່ານມາເປັນຕົ້ນ ວຽກງານສາທາລະນະສຸກ ພົ້ນເດັ່ນແມ່ນການປັບປຸງ-ກໍ່ສ້າງອາຄານໂຮງໝໍຂອງແຂວງທີ່ໄດ້ຮັບການສະໜັບສະໜູນຈາກປະເທດລຸກຊຳບວກ, ວຽກງານການສຶກສາ, ວຽກງານກະສິກຳ ແລະ ອື່ນໆ. ສຳລັບໃນຕໍ່ໜ້າຫວັງວ່າຈະໄດ້ຮັບການຊ່ວຍເຫຼືອດັ່ງກ່າວອີກເພື່ອເຮັດໃຫ້ແຂວງວຽງຈັນໄດ້ຮັບການພັດທະນາດີຂຶ້ນ. ທ່ານເຈົ້າແຂວງ ກ່າວອີກວ່າ: ສຳລັບບັນດາໂຄງການຕ່າງໆ ທີ່ລຸກຊຳບວກ ໄດ້ໃຫ້ການຊ່ວຍເຫຼືອຢູ່ແຂວງວຽງຈັນ ຫາກພົບຄວາມຫຍຸ້ງຍາກ ອງການປົກຄອງແຂວງຍິນດີໃຫ້ການຮ່ວມມື ແລະ ປະກອບສ່ວນຢ່າງເຕັມທີ່.
ທ່ານ ໂທມັສ ລາມມາຣ ອຸປະທູດ ແຫ່ງຣາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈໃນການຕ້ອນຮັບຢ່າງອົບອຸ່ນ ພ້ອມນີ້ທ່ານຍັງໄດ້ຍົກໃຫ້ເຫັນການພົວພັນຮ່ວມມື ລະຫວ່າງລັດຖະບານລຸກຊຳບວກກັບແຂວງວຽງຈັນໄດ້ມີການຮ່ວມມືເປັນເວລາດົນນານ ເຊິ່ງມີຫຼາຍໂຄງການ ທີ່ໄດ້ໃຫ້ການຊ່ວຍເຫຼືອ ເປັນຕົ້ນວຽກງານສາທາ ກໍ່ຄືການປັບປຸງກໍ່ສ້າງໂຮງໝໍແຂວງ ເຊິ່ງໃນປະຈຸບັນ ເປັນໂຮງໝໍແຂວງທີ່ດີທີ່ສຸດໃນ ສປປ ລາວ, ການສະໜັບສະໜູນວຽກງານສາທາລະນະສຸກກໍ່ແມ່ນຍຸດທະສາດໜຶ່ງຂອງປະເທດລຸກຊຳບວກ, ພ້ອມທັງຍົກໃຫ້ເຫັນບັນດາໂຄງການພັດທະນາທ້ອງຖິ່ນ, ການກໍ່ສ້າງອາຄານ ຮຽນ, ການສົ່ງເສີມວິຊາຊີບ ແລະ ອື່ນໆ. ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງຄະນະນຳຂອງແຂວງຊ່ວຍປະກອບສ່ວນ ແລະ ສະໜັບສະໜູນ ບັນດາໂຄງການທີ່ຍັງບໍ່ທັນໄດ້ຮັບການພັດທະນາ ເພື່ອເຮັດໃຫ້ບັນດາ ໂຄງການດັ່ງກ່າວມີຜົນສຳລັດ ແລະ ມີປະສິດທິຜົນ.




