ເມື່ອບໍ່ດົນມານີ້, ທີ່ຫ້ອງຮັບແຂກຂອງຫ້ອງວ່າການແຂວງສະຫວັນນະເຂດ, ທ່ານ ນາງ ຟັ່ງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມພົບປະ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ.
ໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ແຈ້ງຈຸດປະສົງຂອງການເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ. ຈາກນັ້ນ, ທ່ານເຈົ້າແຂວງ ໄດ້ລາຍງານກ່ຽວກັບສະພາບຈຸດພິເສດຂອງແຂວງສະຫວັນນະເຂດໃຫ້ທ່ານທູດໄດ້ຮັບຊາບ.
ແຂວງສະຫວັນນະເຂດ ເປັນແຂວງທີ່ມີເນື້ອທີ່ກວ້າງຂວາງກວ່າແຂວງອື່ນໆໃນປະເທດ, ມີພົນລະເມືອງຫຼາຍກວ່າ 1 ລ້ານຄົນ, ທ່າແຮງໃນການພັດທະນາເສດຖະ ກິດຂອງແຂວງແມ່ນອີງໃສ່ດ້ານກະສິກຳເປັນຫຼັກ, ພ້ອມນັ້ນອີກທ່າແຮງໜຶ່ງກໍແມ່ນທີ່ຕັ້ງແຂວງທີ່ເປັນເຂດເຊື່ອມຕໍ່ລະຫວ່າງພາກຕາເວັນອອກ-ຕາເວັນຕົກ ເຮັດໃຫ້ເສັ້ນທາງໃນການຂົນສົ່ງສິນຄ້າລະຫວ່າງປະເທດມີໄລຍະທາງທີ່ສັ້ນກວ່າ.
ສະນັ້ນ ລັດຖະບານ ສປປ ລາວຈິ່ງໄດ້ສ້າງໃຫ້ມີເຂດເສດຖະກິດສະຫວັນນະເຂດ ຊຶ່ງເປັນເຂດເສດຖະກິດຂະໜາດໃຫຍ່ທີ່ສາມາດຮອງຮັບການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງຫຼວງຫຼາຍ ແລະ ມີເງື່ອນສະດວກຫຼາຍດ້ານໃຫ້ແກ່ນັກລົງ ທຶນ.
ອີງຕາມຂໍ້ມູນຈາກສະຖານທູດຈີນ ປະຈໍາລາວ ໃຫ້ຮູ້ວ່າ: ໃນການພົບປະກັບ ເຈົ້າແຂວງສະຫວັນນະເຂດໃນຄັ້ງນີ້ ທ່ານທູດ ຟາງຮົງ ກ່າວວ່າ: ແຂວງສະຫວັນນະເຂດ ເປັນດິນແດນແຫ່ງຄົນມີພອນສະຫວັນ ແລະ ແຫຼ່ງຊັບພະຍາກອນທໍາມະຊາດອັນອຸດົມສົມບູນ, ເປັນບ້ານເກີດເມືອງນອນຂອງບັນດາຜູ້ນຳທີ່ເຄົາລົບນັບຖືຄື ປະທານໄກສອນ ພົມວິຫານ ແລະເປັນອູ່ເຂົ້າອູ່ປາທີ່ສໍາຄັນຂອງລາວ.
ຝ່າຍຈີນຍິນດີຮ່ວມກັບແຂວງສະຫວັນນະເຂດ ປະຕິບັດແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ພັກກອມມູນິດຈີນ (ປີ 2024-2028), ເພີ່ມທະວີການແລກປ່ຽນມິດຕະພາບກັບທ້ອງ ຖິ່ນ, ເພີ່ມທະວີການຮ່ວມມືດ້ານກະສິກຳ, ການທ່ອງທ່ຽວ, ຫຼຸດຜ່ອນຄວາມທຸກຍາກ, ນຳມາເຊິ່ງຜົນປະໂຫຍດໃຫ້ທ້ອງຖິ່ນຫຼາຍກວ່າເກົ່າ.
ຂໍ້ມູນ: ຂ່າວ ແຂວງສະຫວັນນະເຂດ+ສະຖານທູດຈີນ ປະຈໍາລາວ




