ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງສະຫວັນນະເຂດ ພົບປະຢ້ຽມຢາມປະຊາຊົນ 3 ບ້ານພາຍໃນເມືອງພະລານໄຊ

Jan 31, 2025

ໃນໂອກາດທີ່ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຂອງແຂວງ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງພະລານໄຊ ຈັດຂຶ້ນໃນລະຫວ່າງວັນທີ 30-31ມັງກອນ 2025 ນີ້, ທ່ານໄດ້ຢ້ຽມຢາມ ແລະພົບປະໂອ້ລົມອົງການປົກຄອງ ແລະ ພໍ່ແມ່ປະຊາຊົນຢູ່ສອງບ້ານຄື: ບ້ານ ນາມ່ວງ ແລະ ບ້ານດວນ ທີ່ຂຶ້ນກັບກຸ່ມບ້ານກະສົກ.
ພ້ອມນີ້ ທ່ານ ເຈົ້າແຂວງກໍ່ໄດ້ນຳເອົາອຸປະກອນ ການສຶກສາ (ປື້ມ, ສໍ, ບິກ, ເສື້ອ, ສິ້ນ, ສົ້ງ) ມອບໃຫ້ຫຼານນ້ອຍນັກຮຽນປະ ຖົມ ທັງສອງບ້ານຢ່າງພ້ອມພຽງ, ນອກນັ້ນ ທ່ານເຈົ້າແຂວງຍັງໄດ້ມອບຜ້າຫົ່ມໃຫ້ກັບຄອບຄົວປະຊາຊົນ ທັງສອງບ້ານຢ່າງທົ່ວເຖິງ ແລະໄດ້ມອບເງິນອຸດໜູນໃຫ້ກັບຄອບຄົວປະຊາຊົນຕື່ມອີກ.
ບ້ານນາມ່ວງ ຕັ້ງຫ່າງຈາກເທສະບານເມືອງໄປທາງທິດເໜືອປະມານ 30 ກິໂລແມັດ, ບ້ານນາມ່ວງ ປະກອບດ້ວຍປະຊາກອນ 512ຄົນ, ຍິງ 263ຄົນ, ມີ 80ຫຼັງຄາເຮືອນ, 97ຄອບຄົວ, ມີໂຮງຮຽນປະຖົມ 1ຫຼັງ, ມີນັກຮຽນ 102ຄົນ, ຍິງ 49ຄົນ,ສ່ວນ ບ້ານດວນ ຕັ້ງຫ່າງຈາກເທສະບານເມືອງໄປທາງທິດເໜືອປະມານ 16ກິໂລແມັດ, ປະກອບດ້ວຍປະຊາກອນ 543ຄົນ, ຍິງ 251ຄົນ, ທັງສອງບ້ານແມ່ນຊົນເຜົ່າບຣູ ເປັນສ່ວນໃຫຍ່, ບ້ານດວນ ມີໂຮງຮຽນປະຖົມ 1ຫຼັງ, ມີ 5ຫ້ອງຮຽນ, ມີນັກຮຽນທັງໝົດ 69ຄົນ, ຍິງ 36ຄົນ.
ທ່ານ ເຈົ້າແຂວງ ພ້ອມຄະນະໄດ້ລົງເບິ່ງດ້ວຍຕົນເອງສະພາບໂຮງຮຽນປະຖົມຂອງແຕ່ລະບ້ານ ເຊິ່ງເຫັນວ່າ ໂຮງຮຽນປະຖົມຂອງບ້ານນາມ່ວງ ແລະ ໂຮງຮຽນປະຖົມບ້ານດວນ ມີສະພາບ ທີ່ເປ່ເພແຮງ ແຕ່ວ່າມີສະພາບໂຄງສ້າງທີ່ຍັງດີ, ໂຮງຮຽນແຕ່ລະແຫ່ງແມ່ນຕ້ອງການປັບປຸງຕື່ມ ເປັນຕົ້ນແມ່ນຫຼັງຄາ, ຝາ ແລະໂຕະຕັ່ງ. ສະນັ້ນ ໃນໂອກາດນີ້, ທ່ານເຈົ້າແຂວງກໍແນະນຳໃຫ້ຄະນະພັກກຸ່ມບ້ານ ແລະ ຄູ-ອາຈານຂຶ້ນແຜນຫາແຂວງ ເພື່ອຈັດຊື້ວັດສະດຸກໍ່ ສ້າງ ໃນການສ້ອມແປງໂຮງຮຽນປະຖົມທັງສອງແຫ່ງໃຫ້ຢູ່ໃນສະພາບດີ ເຊິ່ງທ່ານເຈົ້າແຂວງຈະອະນຸມັດໃນການສ້ອມແປງໂຮງຮຽນທັງສອງແຫ່ງທັນທີ.
ທີ່ມາ: Media Laos