ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 3ມິຖຸນາ 2025 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າ ແຂວງສະຫວັນນະເຂດ, ມີຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ປະທານສະຫະພັນແມ່ຍິງແຂວງ, ພ້ອມດ້ວຍຄະນະຈາກພະແນກການຕ່າງໆອ້ອມຂັ້ນແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ-ພົບປະໂອ້ລົມ ແລະ ໃຫ້ກໍາລັງໃຈຄົນເຈັບທີ່ຕຶກປະສູດ-ພະຍາດຍິງ ແລະ ຄົນເຈັບທີ່ເປັນເດັກນ້ອຍ ຢູ່ໂຮງໝໍແຂວງສະຫວັນນະເຂດ ໃນໂອກາດສະເຫລີມສະຫລອງວັນເດັກນ້ອຍສາກົນ.
ທ່ານ ຈັນທະລາ ພາມີສິດ ຜູ້ອຳນວຍການໂຮງໝໍແຂວງ ໄດ້ລາຍງານສະພາບການເຄື່ອນວຽກງານຂອງໂຮງໝໍແຂວງ ໃນໄລຍະຜ່ານມາໂດຍສັງເຂບ ເຊິ່ງໂຮງໝໍແຂວງສະຫວັນນະເຂດແມ່ນຂະແໜງໜຶ່ງທີ່ເຮັດໜ້າທີ່ໃຫ້ບໍລິການດ້ານສຸຂະພາບ, ກວດປິ່ນປົວ ແລະ ຟື້ນຟູໜ້າທີ່ການໃຫ້ແກ່ຄົນເຈັບທຸກຊັ້ນຄົນ. ສຳລັບການປະຕິບັດວຽກງານໃນປີ 2024 ຜ່ານມາ ເຫັນວ່າຍັງມີສິ່ງທ້າທາຍຫລາຍດ້ານເປັນຕົ້ນ ແມ່ນຄວາມສ່ຽງອັດຕາການເສຍຊີວິດຂອງແມ່ ແລະ ເດັກກ່ອນເກີດ ແລະ ຫລັງການເກີດຍັງສູງ, ເຄື່ອງມືທາງການແພດຍັງບໍ່ທັນພຽງພໍ, ຫ້ອງຜ່າຕັດສຸກເສີນຍັງມີໜ້ອຍ, ບຸກຄະລາກອນທາງການແພດລະດັບຊ່ຽວຊານຍັງບໍ່ຫລາຍ, ຂາດງົບປະມານໃນການຈັດຊື້ຢາປົວພະຍາດເຂົ້າມາໂຮງໝໍ ເພື່ອແຈກຢາຍໃຫ້ຄົນເຈັບໂດຍບໍ່ເສຍຄ່າ ເຮັດໃຫ້ການປະຕິບັດວຽກງານມີຄວາມຫຍຸ້ງຍາກພໍສົມຄວນ.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະອຳ ນວຍການ ຕະຫລອດເຖິງພະນັກງານແພດໝໍພາຍໃນໂຮງໝໍແຂວງ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານແພດ-ໝໍ ທີ່ໄດ້ພ້ອມກັນສູ້ຊົນປະຕິບັດວຽກງານ ເຖິງວ່າຈະມີຄວາມຫຍຸ້ງຍາກປານໃດກໍຕາມ ແຕ່ບັນດາທ່ານນັກຮົບຊຸດຂາວ ກໍສາມາດຜ່ານຜ່າມັນມາໄດ້, ການເຂົ້າໃຈຂອງສັງຄົມຕໍ່ການບໍລິການຂອງແພດໝໍກໍດີຂຶ້ນ. ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ, ບັນດາພະນັກງານແພດໝໍຍັງຈະຕ້ອງໄດ້ພ້ອມກັນ ບຸກບືນພັດທະນາຕົນເອງໃຫ້ຫລາຍຂຶ້ນກວ່າເກົ່າ ທາງດ້ານຄວາມຮູ້, ຄວາມສາມາດ, ການຝຶກຝົນຮ່ຳຮຽນດ້ານວິຊາສະເພາະ ເປັນຕົ້ນ ແມ່ນພະນັກງານຜູ້ໜຸ່ມນ້ອຍໃຫ້ກາຍເປັນແພດໝໍທີ່ຊ່ຽວຊານ, ມີຈັນຍາບັນຈັນຍາທຳຂອງແພດໝໍ ເພື່ອໃຫ້ສັງຄົມໄວ້ວາງໃຈ ແລະ ໃຫ້ຄວາມເຊື່ອໝັ້ນຕໍ່ການບໍລິການຂອງໂຮງໝໍແຂວງໃຫ້ຫລາຍຂຶ້ນກວ່າເກົ່າ.
ຈາກນັ້ນ, ທ່ານເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະ ກໍໄດ້ລົງຢ້ຽມຢາມແພດໝໍ ແລະ ຄົນເຈັບຕາມຕຶກຕ່າງໆ, ພ້ອມທັງມອບເຄື່ອງຊ່ວຍເຫລືອ ແລະ ແຈກຢາຍຂອງຂວັນເດັກນ້ອຍທີ່ນອນປິ່ນປົວ ຢູ່ໃນໂຮງໝໍແຂວງ ຕື່ມອີກ.







