ເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມນາຍ ແລະ ພົນທະຫານ, ຢ້ຽມປະຊາຊົນ ບ້ານດອນຖ້ຳເງິນ ເມືອງໄຊພູທອງ.

ໃນວັນທີ 22 ມັງກອນ 2025 ນີ້ ທ່ານ ບຸນໂຈມ ອຸບົນປະ ເສີດ ເຈົ້າແຂວງສະຫວັນະເຂດ, ພ້ອມດ້ວຍທ່ານຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ໄດ້ຂີ່ເຮືອຕາມແມ່ນ້ຳຂອງ ແຕ່ບ້ານຄັນທ່າຈານ ໄປຫາບ້ານດອນຖ້ຳເງິນ ເມືອງໄຊພູທອງ, ໂດຍການຮ່ວມພາທາງຂອງທ່ານນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ ພ້ອມການນຳເມືອງ ເພື່ອນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນຈຳນວນໜຶ່ງ ໄປປະກອບສ່ວນໃນການພັດທະນາບ້ານ ພັັດທະນາທ້ອງຖິ່ນ ໃນເຂດບ້ານດອນຖຳ້ເງິນ ແລະຢ້ຽມຢາມຖາມຂ່າວຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດດອນ.
ໃນນັ້ນ ໄດ້ຢ້ຽມຢາມເບິ່ງການສິດສອນຂອງໂຮງຮຽນປະຖົມສົມບູນ ບ້ານດອນຖຳ້ເງິນ ເຊິ່ງເປັນໂຮງຮຽນເອກະລາດ ຂຶ້ນກັບກຸ່ມບ້ານທີ 1 ຂອງເມືອງ, ມີຄູສອນ 2 ຄົນ ແລະ ມີນັກຮຽນແຕ່ຊັ້ນ ປ1 ຮອດຊັ້ນ ປ 5 ລວມມີນັກຮຽນ 20 ຄົນ, ຍິງ 9 ຄົນ, ໂດຍທ່ານເຈົ້າແຂວງ ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ມອບຊຸດນັກຮຽນ, ອຸປະກອນການຮຽນ ໃຫ້ນ້ອງນ້ອຍນັກຮຽນ ພ້ອມທັງໃຫ້ນັກຮຽນຮູ້ຮ້ອງເພງຊາດລາວ ຮູ້ຮັກຊາດລາວ ພ້ອມກັນຕັ້ງໃຈຮຽນ ເພື່ອເອົາຄວາມຮູ້ມາພັດທະນາຕົນເອງ ແລະ ໄດ້ມອບເງິນໃຫ້ໂຮງຮຽນຈຳນວນໜຶ່ງ ເພື່ອພັດທະນາໂຮງຮຽນຕື່ມອີກ. ໃນເວລາຕໍ່ມາ ໄດ້ພົບປະກັບອຳນາດການປົກຄອງ ແລະ ປະຊາຊົນ ເພື່ອຖາມຂ່າວກ່ຽວກັບການພັດທະນາຊີວິດການເປັນຢູ່, ການຊອກລາຍຮັບໃຫ້ຄອບຄົວ, ໃຫ້ປະຊາຊົນມີການສະເໜີຕໍ່ການນຳແຂວງ ກ່ຽວກັບຄວາມຕ້ອງການ ເພື່ອສຸມໃສ່ການພັດທະນາໃຫ້ດີຂຶ້ນ. ຕາມການລາຍງານຂອງນາຍບ້ານ ບ້ານດອນຖ້ຳເງິນ ມີ 48 ຫຼັງຄາ 46 ຄອບຄົວ, ພົນລະເມືອງ 243 ຄົນ ຍິງ 111 ຄົນ, ມີເນື້ອທີ່ນາປີ 103 ເຮັກຕາ, ເນື້ອທີ່ການຜະລິດລະດູແລ້ງ 76 ເຮັກຕາ ລວມທັງການປູກພືດ ຖົ່ວດິນ, ສາລີ ແລະ ເຮັດນາປູກເຂົ້ານາແຊງ. ບ້ານດອນຖ້ໍ່າເງິນ ມີແຫ່ງທ່ອງທ່ຽວທຳມະຊາດ ມີຖ້ຳໝາກຍໍປະຫວັດສາດເກົ່າ ເຊີ່ງເປັນກົກເຄົ້າປະຫວັດສາດບ້ານດອນຖ້ຳເງິນ. ປະຊາຊົນໄດ້ສະເໜີມີຄວາມຕ້ອງການທໍ່ແງ່ມ ເພື່ອນຳເອົານ້ຳຂື້ນຫົດເນື້ອທີ່ປູກພືດລະດູແລ້ງ. ຕ້ອງການສ້າງສາລາໂຮງທຳໃຫ້ສຳເລັດ ເພາະມີວັດ 1 ແຫ່ງ ພາຍໃນບ້ານ. ໂອກາດນີ້ ທ່ານເຈົ້າແຂວງ ກໍໄດ້ມອບເງິນພັດທະນາບ້ານ ແລະ ທ່ານເຈົ້າ ເມືອງໄຊພູທອງ ກໍໄດ້ລະດົມການປະກອບສ່ວນຈາກພະແນກການທີ່ໄປຮ່ວມຄັ້ງນີ້ ໄດ້ເງິນຈຳນວນ 40ລ້ານກ່ວາກີບ ເພື່ອສ້າງ ສາລາໂຮງທຳຂອງບ້ານ ໃຫ້ສຳເລັດ.
ໃນເວລາຕໍ່ມາ ທ່ານເຈົ້າແຂວງ ໄດ້ໄປຢ້ຽມຢາມນາຍ ແລະ ພົນ ທະຫານ ທີ່ປະຕິບັດໜ້າທີ່ຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຕາມຊາຍແດນ, ບັນດາເກາະດອນຕ່າງໆ ພ້ອມມອບເງິນຈຳນວນໜຶ່ງ ໃຫ້ກັບທະຫານ ທີ່ຂຶ້ນກັບກອງຮ້ອຍທະຫານຊາຍແດນ 325, ທ່ານ ປອ ສຸນັນທາ ຈຸນລະມະນີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ກໍໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ, ຕົ້ນໄມ້ ເພື່ອປູກເປັນຮົ່ມ ແລະກິນໝາກ ໃຫ້ກອງຮ້ອຍທະຫານຊາຍແດນຕື່ມອີກ.
ໃນຕອນບ່າຍຂອງວັນດຽວກັນ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະວັນນະເຂດ ພ້ອມຄະນະ ກໍໄດ້ແວ່ຢ້ຽມຢາມ ຊຸກຍູ້ ແລະ ຊື້ຜົນຜະລິດຂອງປະຊາຊົນ ໃນເຂດໂຄງການຊົນລະປະ ທານບ້ານມ່ວງໄຂ່ ເມືອງໄຊພູທອງ ເຊິ່ງປະຊາຊົນໄດ້ປູກພືດລະດູ ແລ້ງ, ສາລີ, ຖົ່ວດິນ ເພື່ອສົ່ງຂາຍໃຫ້ບໍລິສັດ ແລະ ຕາມຕະຫຼາດທົ່ວໄປ. ໂຄງການຊົນລະປະທານ ບ້ານມ່ວງໄຂ່ ມີ 85 ຄອບຄົວ ທີ່ທຳການຜະລິດ ແລະມີເນື້ອທີ່ປະມານ 50 ກ່ວາເຮັກຕາ ໃນນັ້ນ ມີເນື້ອທີ່ນາແຊງ 25 ເຮັກຕາ ແລະປູກພືດຜັກຕ່າງໆ 30 ກ່ວາເຮັກຕາ.






