ໃນຕອນບ່າຍວັນທີ 20 ມີນາ 2025, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂອງແຂວງ ແລະເມືອງ ຈາກນີ້ກໍ່ມີຄະນະຈຸດສຸມ, ພະນັກງານກໍ່ສ້າງຮາກຖານ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກທີ່ບ້ານຄຳປ່າແໜ ເມືອງຊົນນະບູລີ.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ລົງຢ້ຽມຢາມເບິ່ງຊົນລະປະທານອ່າງເກັບນ້ຳຫ້ວຍຫີນລາດ ບ້ານຄຳປ່າແໜ ທີ່ໄດ້ເປີດການນຳໃຊ້ຢ່າງເປັນທາງການໃນທ້າຍປີ 2024 ຜ່ານມາ, ໂດຍອ່າງເກັບນ້ຳດັ່ງກ່າວ ສາມາດຫົດເນື້ອທີ່ການຜະລິດໄດ້ 25 ເຮັກຕາ ເຊິ່ງໃນໄລຍະຜ່ານມາ, ພາກສ່ວນຕ່າງໆທັງຂັ້ນແຂວງ ແລະເມືອງ ໄດ້ສະໜອງດ້ານເຕັກນິກ ແລະແນວພັນເຂົ້າໃນການປູກ-ການລ້ຽງໃຫ້ປະຊາຊົນຢ່າງຕໍ່ເນື່ອງ ພ້ອມນຳພາເຮັດຕົວຈິງຢ່າງເຖິງຖອງ ເພື່ອເປັນການປຸກລະດົມຊຸກຍູ້ຂະບວນການຜະລິດຂອງປະຊາຊົນ ໃຫ້ສົມຄູ່ກັບເງື່ອນໄຂ ແລະທ່າແຮງທີ່ມີຢູ່ ໂດຍສະເພາະແມ່ນການນຳໃຊ້ນ້ຳຊົນລະປະທານໃຫ້ເກີດປະໂຫຍດສູງສຸດ ເຊິ່ງເຫັນວ່າປະຊາຊົນຫຼາຍຄອບຄົວ ກໍ່ໄດ້ມີຄວາມຕື່ນຕົວ ແລະຫັນສູ່ການປູກ-ການລ້ຽງຫຼາຍຂຶ້ນກວ່າເກົ່າ ໂອກາດດັ່ງກ່າວນີ້, ທ່ານເຈົ້າແຂວງ ກໍ່ໄດ້ລົງຢ້ຽມຢາມເບິ່ງສວນປູກຢາສູບ, ສວນປູກພືດຜັກ ແລະລົງເບິ່ງເຂົ້ານາແຊງຂອງຊາວບ້ານຄຳປ່າແໜໃນເຂດອ່າງເກັບນ້ຳຫ້ວຍຫີນລາດ ໂດຍທ່ານເຈົ້າແຂວງ ໄດ້ແນະນຳໃຫ້ຫັນມາປູກຢາສູບໃຫ້ຫຼາຍຂຶ້ນ ເນື່ອງຈາກມີລາຄາສູງ ແລະມີຕະຫຼາດຮອງຮັບ ໂດຍມອບໃຫ້ພາກສ່ວນກ່ຽວຂ້ອງຕ້ອງລົງມາແນະນຳ ແລະນຳພາເຮັດຕົວຈິງຢ່າງຕໍ່ເນື່ອງ ທັງນີ້ກໍ່ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍໄວ.
ບ້ານຄໍາປ່າແໜ ມີທັງໝົດ 10 ໜ່ວຍ, ມີ 159 ຫຼັງຄາ, 151 ຄອບຄົວ, ພົນລະເມືອງ 1,015 ຄົນ, ມີຄອບຄົວທຸກຍາກ 65 ຄອບຄົວ, ຄອບຄົວຂໍທານຍັງ 42 ຄອບຄົວ, ເຊິ່ງໃນໄລຍະປີ 2021-2024 ຄອບຄົວຂໍທານຫຼຸດລົງ 9 ຄອບຄົວ, ມີຄົນຂໍທານຫຼຸດລົງ 19 ຄົນ, ຍິງ 13 ຄົນ. ຄາດໝາຍສູ້ຊົນແກ້ໄຂຄົນຂໍທານບ້ານຄໍາປ່າແໜ ໃຫ້ສຳເລັດພາຍໃນ 2027, ໃນນັ້ນ: ປີ 2025 ໃຫ້ໄດ້ 15 ຄອບຄົວ, 2026 ໃຫ້ໄດ້ 15 ຄອບຄົວ ແລະ2027 ໃຫ້ໄດ້ 12 ຄອບຄົວ ແລະໄລຍະ 2025-2029 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຕື່ມ 45 ຄອບຄົວ, ລວມຄອບຄົວພົ້ນທຸກໃຫ້ໄດ້ 131 ຄອບຄົວ, ເທົ່າກັບ 86.7% ຂອງຈໍານວນຄອບຄົວທັງໝົດໃນບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 30 ຄອບຄົວ ເທົ່າກັບ 20% ຂອງຈໍານວນຄອບຄົວລວມໃນບ້ານ.
ເວລາຕໍ່ມາ, ທ່ານເຈົ້າແຂວງ ພ້ອມຄະນະ ກໍ່ໄດ້ສືບຕໍ່ລົງຢ້ຽມຢາມເບິ່ງສວນປູກພືດຜັກຂອງປະຊາຊົນບ້ານຄຳປ່າແໜຕື່ມອີກ ເຊິ່ງເຫັນວ່າມີໜໍ່ແໜງການຜະລິດເປັນສິນຄ້າຫຼາຍຂຶ້ນ ໂອກາດນີ້, ທ່ານເຈົ້າແຂວງ ກໍ່ໄດ້ສະໜັບສະໜູນສິນຄ້າຜະຈລິດຕະພັນກະສິກຳຂອງຄອບຄົວປະຊາຊົນເປັນຕົ້ນ: ໝາກເຜັດ ທີ່ໄດ້ຮັບຜົນຜະລິດຢ່າງຫຼວງຫຼາຍ ຈາກນີ້ກໍ່ມີໝາກເຂືອ, ເຫັດນາງຟ້າ, ຜັກສະຫຼັດ, ຜັກບົ້ງ ແລະອື່ນໆ ພ້ອມນີ້, ທ່ານຍັງໄດ້ນັ້ນໜັກໃຫ້ພໍ່ແມ່ປະຊາຊົນຈົ່ງມີຄວາມດຸໝັ່ນ ແລະປູກພືດເປັນສິນຄ້າໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອໃຫ້ຄອບຄົວຕົນເອງມີຊີວິດການເປັນຢູ່ດີຂຶ້ນຢ່າງເປັນກ້າວໆ.







