ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 3 ສິງຫາ 2023 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານການຜະລິດເປັນສິນຄ້າ, ພ້ອມທັງຕິດຕາມ ກະກຽມເຝົ້າລະວັງໄພພິບັດນໍ້າຖ້ວມ ທີ່ອາດຈະເກີດຂຶ້ນໃນລະດູຝົນນີ້ ທີ່ເມືອງໄຊບູລີ ໂດຍມີທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ພ້ອມຄະນະຮ່ວມຕິດຕາມ.
ໂອກາດນີ້, ກໍໄດ້ເຂົ້າຢ້ຽມຢາມໂຮງສີເຂົ້າ IDP ເຊິ່ງແມ່ນບໍລິສັດອິນດູຈີນ ຮ່ວມມືພັດທະນາລາວ ທີ່ເປັນໂຮງສີເຂົ້າທີ່ໃຫຍ່ໃນປະເທດລາວ ໂດຍມີໂຮງສີເຂົ້າໃຫຍ່ຈໍານວນ 4 ແຫ່ງ ຕັ້ງຢູ່ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ມີຄວາມສາມາດສີເຂົ້າໄດ້ 1 ແສນກວ່າໂຕນຕໍ່ປີ, ບໍລິສັດໄດ້ດໍາເນີນການລົງທຶນໃນທຸລະກິດເຂົ້າ ຕັ້ງແຕ່ປີ 2015 ແລະ ປັດຈຸບັນໄດ້ກາຍເປັນໜຶ່ງໃນຜູ້ນໍາການຜະລິດ ແລະ ສົ່ງອອກເຂົ້າໜຽວໃນຕະຫລາດໂລກ.
ຈາກນັ້ນ ກໍໄດ້ເດີນທາງຕິດຕາມເບິ່ງຂົວ ເຂດຈຸດສຸມຊຽງໄຄ ຫາ ຊາຍແດນເມືອງອາດສະພອນ. ໃນນີ້, ມີຂົວເຫລັກ ຄືຂົວຫ້ວຍຕະບອງຮາບ ບ້ານດົງໝາກໄຟ ທີ່ໄດ້ຮັບຄວາມເປ່ເພ, ສ່ວນໜຶ່ງແມ່ນເກີດຈາກສະພາບນໍ້າເຊາະເຈື່ອນ ຈາກລະດູຝົນໃນປີນີ້. ພ້ອມດຽວກັນ, ກໍໄດ້ຕິດຕາມຊຸກຍູ້ການສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ ສາຂາ 3 ຂອງບໍລິສັດ TTL ຕັ້ງຢູ່ບ້ານມະນີລາດ ເຊິ່ງໂຮງງານໄດ້ລົງທຶນເຂົ້າໃນການກໍ່ສ້າງຈໍານວນ 10 ລ້ານໂດລາສະຫະລັດ ແລະ ມີຄາດໝາຍຈະໃຫ້ສໍາເລັດໃນປີ 2023 ນີ້.
ພ້ອມກັນນີ້, ກໍໄດ້ສືບຕໍ່ຕິດຕາມພື້ນຖານໂຄງລ່າງ ທີ່ໃຊ້ເຂົ້າໃນການຜະລິດກະສິກໍາຂອງເມືອງ ແລະ ພົບປະກະສິກອນ ໃນການປູກເຂົ້າເປັນສິນຄ້າ ແລະ ເບິ່ງຈຸດ ທີ່ກະກຽມສ້າງຄູກັນນໍ້າຖ້ວມ ໃນລະຫວ່າງເຂດສາຍນໍ້າເຊບັ້ງໄຟ, ໃນນີ້ ໄດ້ເບິ່ງຫົວງານຈັກສູບນໍ້າບ້ານບຶງເຊ ເຊິ່ງເປັນຫົວງານທີ່ສາມາດຕອບສະໜອງນໍ້າໃນການຜະລິດລະດູແລ້ງ 420 ເຮັກຕາ ແລະ ຊົນລະປະທານຕົ້ນແຫນ ຕອບສະໜອງນໍ້າໄດ້ 540 ເຮັກຕາ, ຄອງເໝືອງເບຕົງ ບ້ານດົງຍາງ ຍາວ 280 ແມັດ ສາມາດສະໜອງນໍ້າໄດ້ໃນເນື້ອທີ່ 180 ເຮັກຕາ, ມູນຄ່າການກໍ່ສ້າງ 389 ລ້ານກີບ ດ້ວຍທຶນກູ້ຢືມຂອງກອງທຶນແນວລາວສ້າງຊາດ.
ໃນໂອກາດລົງຕິດຕາມຊຸກຍູ້ວຽກງານຄັ້ງນີ້ ທ່ານ ບຸນໂຈມ ອຸບົນປະເສີດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ນັກທຸລະກິດ-ຜູ້ປະກອບການ ທີ່ມາລົງທຶນໃສ່ການຜະລິດ ທີ່ເຫັນຄວາມອາດສາມາດ ແລະ ທ່າແຮງທີ່ມີຂອງເມືອງ, ສະແດງຄວາມຊົມເຊີຍໃນມູນເຊື້ອດຸໝັ່ນຫ້າວຫັນ ໃນການຜະລິດກະສິກຳຂອງປະຊາຊົນພາຍໃນບ້ານຕ່າງໆ. ພ້ອມນີ້ທ່ານເຈົ້າແຂວງ ຍັງໄດ້ມອບເຄື່ອງຊ່ວຍເຫລືອໃຫ້ແກ່ເມືອງ ເພື່ອປະກອບສ່ວນໃນວຽກງານ ຕ້ານໄພພິບັດນໍ້າຖ້ວມ ປະກອບມີ: ນໍ້າດື່ມ,ໝີ່ ແລະ ປ໋ອງປາ ພ້ອມເງິນສົດຈໍານວນ 50 ລ້ານກີບ ຕື່ມອີກ.