ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງສະຫວັນນະເຂດ ໃຫ້ທິດຊີ້ນຳຕໍ່ການພັດທະນາໂຮງໝໍເມືອງເຊໂປນ

Feb 22, 2025

ເຈົ້າແຂວງສະຫວັນນະເຂດ ໃຫ້ທິດຊີ້ນຳຕໍ່ການພັດທະນາໂຮງໝໍເມືອງເຊໂປນ
ໃນວັນທີ 20 ກຸມພາຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ພ້ອມຄະນະ ແລະ ການນຳຂອງເມືອງເຊໂປນ, ມີທ່ານ ເສິນ ເວິນ ຈຸ້ນ ຜູ້ອຳນວຍ ການໃຫຍ່ບໍລິສັດຊັນເປເປີ້ໂຮນດິ້ງລາວ ຈຳກັດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳການພັດທະນາພາຍໃນໂຮງໝໍເມືອງເຊໂປນ.
ທ່ານ ອາເຍະ ສິດທິກາເຮືອງ ຮອງຜູ້ອຳນວຍການໂຮງໝໍເມືອງເຊໂປນ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງໝໍເມືອງເຊໂປນ ຮັບບໍລິ ການປິ່ນປົວຄົນເຈັບໃນ 4 ຕົວເມືອງຫຼັກເຊັ່ນ: ເມືອງເຊໂປນ, ວິ ລະບູລີ, ພີນ ແລະ ເມືອງນອງ. ນອກນັ້ນ, ຍັງຮັບບໍລິການຈາກ 2 ເມືອງຂອງແຂວງຄຳມວນ (ເມືອງບົວລະພາ ແລະໄຊບົວທອງ), ສ່ວນໜຶ່ງເມືອງທ່າປາງທອງ, ເມືອງຊົນນະບູລິ ແລະ ບາງເມືອງຈາກແຂວງສາລາວັນ ພ້ອມນັ້ນຍັງມີຄົນເຈັບມາຈາກ 3 ຈຸດພິ ເສດເຊັ່ນ: ບໍ່ຄຳ-ທອງເຊໂປນ, ຄ້າຍຄຸ້ມຄັງແກ້ງຄັນ ແລະ ໂຮງງານຊັນເປເປີ້. ດ້ານບຸກຂະລາກອນ ມີພະນັກງານທັງໝົດ 41 ຄົນ ຍິງ 23 ຄົນ. ໂຮງໝໍສາມາດໃຫ້ບໍລິການແຕ່ຂັ້ນພື້ນຖານຮອດຂັ້ນກາງເຊັ່ນ: ສາມາດເຮັດການຜ່າຕັດເກີດລູກ ແລະ ພະຍາດຍິງ (ກ້ອນເບົາມົດລູກ ແລະ ຍົກມົດລູກ), ຜ່າຕັດຜົງທ້ອງ (ໄສ້ຕິ່ງແຕກ), ກະເພາະຊອດ, ລຳໄສ້ຂາດ, ຖົງບີ, ໄຂ່ຫຼັງແຕກສຸກເສີນ, ຕັບແຕກສຸກເສີນ ແລະ ອື່ນໆ.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະ ໄດ້ລົງຢ້ຽມຢາມໃຫ້ກຳລັງໃຈແກ່ຄົນເຈັບທີ່ມາປິ່ນປົວ ແລະ ພະນັກງານແພດໝໍ ທີ່ກຳລັງປະຕິບັດໜ້າທີ່ໃນການໃຫ້ບໍລິການປິ່ນປົວຄົນ ເຈັບພາຍໃນໂຮງໝໍເມືອງເຊໂປນ. ພ້ອມນີ້ ທ່ານເຈົ້າແຂວງ ກໍໄດ້ລົງສຳຫຼວດເບິ່ງພື້ນຖານໂຄງລ່າງຂອງໂຮງໝໍ ພ້ອມທັງໄດ້ສອບ ຖາມສະພາບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການເຄື່ອນ ໄຫວວຽກງານໃນໄລຍະຜ່ານມາ. ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ກໍໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ເພື່ອເປັນການປັບປຸງໂຮງໝໍແຫ່ງດັ່ງກ່າວ ໃຫ້ມີການພັດທະນາ ແລະ ສາມາດຮອງຮັບແກ່ການບໍລິ ການປິ່ນປົວສຸຂະພາບຂອງພໍ່ແມ່ປະ ຊາຊົນບັນດາເຜົ່າພາຍໃນເມືອງເຊໂປນ ແລະ ເມືອງອ້ອມຂ້າງໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ; ສຳລັບອຸປະກອບການແພດ ແລະ ເຄື່ອງມືຮັບໃຊ້ຕ່າງໆພາຍໃນໂຮງໝໍ ແມ່ນເຫັນວ່າມີຄວາມຈຳເປັນຈະຕ້ອງໄດ້ມີການປ່ຽນຖ່າຍໃໝ່ ໃຫ້ມີຄວາມທັນສະໄໝ ແລະ ຮັບປະກັນຄຸນນະພາບ ເນື່ອງ ຈາກໃຊ້ງານມາຫຼາຍປີ ແລະ ຊຸດໂຊມ ໂດຍທາງແຂວງພວກເຮົາ ຈະໄດ້ມີການປຶກສາຫາລືຮ່ວມກັບພາກສ່ວນຕ່າງໆ ແລະ ຊອກຫາອຸປະກອນການແພດທີ່ທັນສະໄໝສະໜອງໃຫ້ແກ່ໂຮງໝໍເມືອງດັ່ງກ່າວ.
Cr: ແຂວງສະຫວັນນະເຂດ