(13.9.24) ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນໍ້າທາ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ບ້ານປຸ່ງ, ບ້ານປ່າສັກ, ບ້ານໃໝ່, ບ້ານຫ້ວຍຂີງ ແລະ ບ້ານທົ່ງຂວາ ເມືອງຫລວງນໍ້າທາ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີ: ເຄື່ອງນຸ່ງຫົ່ມ, ອາຫານແຫ້ງ ແລະ ນໍ້າດື່ມ ມອບໃຫ້ອົງການປົກຄອງບ້ານ, ນາຍບ້ານ ເພື່ອແຈກຢາຍໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ພາຍໃນບ້ານດັ່ງກ່າວໃຫ້ທົ່ວເຖິງ ທັງນີ້ກໍເພື່ອເປັນການໃຫ້ກໍາລັງໃຈ ແລະ ເປັນການບັນເທົາທຸກເບື້ອງຕົ້ນແກ່ປະຊາຊົນຜູ້ທີ່ຖືກຜົນກະທົບ ແລະ ຍັງຈະໄດ້ສືບຕໍ່ໃຫ້ການຊ່ວຍເຫລືອຕື່ມອີກໃນຫລາຍບ້ານ ທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດໃນຄັ້ງນີ້ໃຫ້ທົ່ວເຖິງ.
ຂ່າວ: ມຸນຕີ






