ວັນທີ 20 ພະຈິກ 2024 ນີ້ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍທີມງານ ໄດ້ມອບເຂົ້າສານ, ເຄື່ອງນຸ່ງຮົມ ແລະເຄື່ອງໃຊ້ຄົວເຮືອນ ໃຫ້ປະ ຊາຊົນຢູ່ກຸ່ມເມືອງໝ້ວຍ ແລະກຸ່ມສົບເຮືອງ ເມືອງວຽງຄໍາ ແຂວງຫຼວງພະບາງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງວັນທີ 24-25 ກໍລະກົດທີ່ຜ່ານມາ ລວມມູນຄ່າການຊ່ວຍເຫຼືອ 72 ລ້ານກວ່າກີບ ເພື່ອເປັນການຊ່ວຍເຫຼືອບັນເທົ່າທຸກ, ຕອບໂຕ້ ແລະແກ້ໄຂໄພພິບັດ. ກ່າວຮັບເຄື່ອງ ຂອງທ່ານ ທະລາກອນ ບໍລະວົງ ເຈົ້າເມືອງວຽງຄໍາ ພ້ອມດ້ວຍຄະນໍາຂອງເມືອງ.
ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ແນ່ໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ ຢູ່ເມືອງວຽງຄໍາ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂ່າວ: ບຸນທັນ ໄຊຍະວົງ ຫ້ອງການ ຖວທ ເມືອງວຽງຄໍາ





