ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງອັດຕະປື ຕ້ອນຮັບການເຂົ້າຢ້ຽມຢາມຂອງກົງສູນໃຫຍ່ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ

Jan 16, 2025

ໃນວັນທີ 15 ມັງກອນ 2025 ທີ່ຫ້ອງຮັບແຂກ ຫໍປະຊຸມໃຫຍ່ຂອງແຂວງ, ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ໄດ້ຕ້ອນຮັບ ການມາຢ້ຽມຢາມ ຂອງສະຫາຍ ນາງ ຕະ ເຟືອງ ຢຸງ ກົງສູນໃຫຍ່ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ ພ້ອມຄະນະ ໃນໂອກາດທີ່ມາເຄື່ອນໄຫວວຽກງານ ຢູ່ແຂວງອັດຕະປື.ໃນໂອກາດນີ້ ສະຫາຍ ເລຂາພັກແຂວງ ເຈົ້າແຂວງອັດຕະປື ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ສະຫາຍ ກົງສູນໃຫຍ່ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ ໃນໂອກາດທີ່ສະຫາຍ ໄດ້ມາຮັບໜ້າທີ່ໃໝ່ ເປັນກົງສູນໃຫຍ່ ແຫງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈຳ 4 ແຂວງພາກໃຕ້ຂອງລາວ, ເຊິ່ງເປັນໜ້າທີ່ການເມືອງອັນຫຍິ່ງໃຫຍ່ ແລະ ສົມກຽດ ແລະ ຂໍອ່ວຍພອນແດ່ ສະຫາຍ ນາງ ຕະ ເຟືອງ ຢຸງ ຈົ່ງສືບຕໍ່ພາລະກິດອັນຍິ່ງໃຫຍ່ ໃນການເປັນກົງສູນໃຫຍ່ ຢູ່ພາກໃຕ້ຂອງລາວ, ກໍ່ຄືການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສວຍສົດງົດງາມ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.ໂອກາດດຽວກັນນີ້, ສະຫາຍ ນາງ ຕະ ເຟືອງ ຢຸງ ກົງສູນໃຫຍ່ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈຳພາກໃຕ້ຂອງລາວ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍເລຂາພັກແຂວງ ເຈົ້າແຂວງອັດຕະປື ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ກໍ່ໄດ້ຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ອົງການປົກຄອງແຂວງ ທີ່ຍາດມາໄດ້ຜົນສຳເລັດອັນຈົບງາມ ແລະ ຍິ່ງໃຫຍ່ ໃນການນຳພາ-ຊີ້ນຳ ຮອບດ້ານ ໃນໄລຍະຜ່ານມາ ແລະ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະນຳ ແຂວງອັດຕະປື ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ຕໍ່ບັນດານັກທຸລະກິດ, ຜູ້ປະກອບການ ຕະຫຼອດຮອດປະຊາຊົນ ຊາວຫວຽດນາມທີ່ກຳລັງດຳເນີນກິດຈະການ ຢູ່ແຂວງອັດຕະປື. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ໃນຫຼາຍຂົງເຂດວຽກງານ, ທັງນີ້ ເພື່ອເຮັດໃຫ້ການຮ່ວມມື ລະຫວ່າງສອງພັກ-ສອງຊາດ ເວົ້າລວມ, ເວົ້າສະເພາະ ກໍ່ຄື ແຂວງອັດຕະປື ກັບບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສສ ຫວຽດນາມ ທີ່ໄດ້ມີການຮ່ວມມື້ກັນໃນປະຈຸບັນ ແລະ ບັນດານັກທຸລະກິດ ຜູ້ປະກອບການ ຕະຫຼອດຮອດພໍ່ແມ່ປະຊາຊົນ ຊາວຫວຽດນາມ ທີ່ກຳລັງດຳເນີນກິດຈະການຢູ່ແຂວງອັດຕະປື ໃຫ້ມີຄວາມສະດວກ, ໄດ້ຮັບການຮ່ວມມືຈາກອຳນາດການປົກຄອງ, ດຳເນີນກິດຈະການອັນຊອບທຳ-ສອດຄ່ອງກັບລະບຽບກົດໝາຍແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ່າວ: ວິໄລສັກ ແກ້ວຫຼວງໂຄດ. ຂ.ອັດຕະປື