ໃນວັນທີ 8 ທັນວາ 2024 ນີ້ ທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ພ້ອມຄະນະ ໄດ້ລ່ອງເຮືອ ເພື່ອສຳຫຼວດແຫຼ່ງທ່ອງທ່ຽວທຳມະຊາດ ຕາມໜ່ານນ້ຳເຊກອງ ເລີ່ມຈາກທ່າບັກບ້ານຊະແຄະ ເມືອງໄຊເສດຖາ ຫາ ທ່າບັກເມືອງສະໜາມໄຊ.
ການລ່ອງເຮືອຄັ້ງນີ້ ຖືວ່າເປັນໂອກາດທີ່ສຳຄັນທີ່ໄດ້ເຄື່ອນໄຫວສຳຫຼວດຕົວຈິງ ຕາມສາຍໜ່ານນໍ້າເຊກອງ, ເຊິ່ງຈຸດສໍາຫຼວດຄັ້ງນີ້ ໄດ້ເລີ່ມແຕ່ທ່າບັກບ້ານສະແຄະ ແລະ ໄດ້ຜ່ານຈຸດສຳຄັນທີ່ງົດງາມທາງດ້ານທຳມະຊາດ ລຽບຕາມຕີນພູສະພອງເຊັ່ນ: ແກ້ງທ່າລານ, ແກ້ງດອນຕອມ, ດອນຄ່າ ແລະ ໄດ້ລ່ອງມາຮອດຂົວເຊກອງ, ປາກຂຸນລູງ, ດອນແກ້ງໄຊ ຫາ ຫາດແກ້ງຂ້າມ, ແກ້ງສະເພົາທອງ, ແກ້ງຫາດທະຈ່າ, ປາກຫ້ວຍເຕວ, ຫາດບ້ານຄັງ-ບ້ານປູຍ ແລະ ຫາດກະປູດ ຈາກນັ້ນກໍ່ຮອດຈຸດໝາຍປາຍທາງຄື ທ່າບັກເມືອງສະໜາມໄຊ ລວມໄລຍະທາງການລ່ອງເຮືອຄັ້ງນີ້ແມ່ນປະມານ 80 ກິໂລແມັດ, ເຊິ່ງຜ່ານການສໍາຫຼວດ ເຫັນວ່າທໍາມະຊາດຂອງສອງຝັ່ງລໍານໍ້າເຊກອງ ແມ່ນເຕັມໄປດ້ວຍຄວາມສວຍງາມ ທີ່ຕິດພັນກັບການດໍາລົງຊີວິດ, ການທໍາມາຫາກິດຂອງປະຊາຊົນບັນດາເຜົ່າ ທີ່ອາໄສລໍານໍ້າເຊກອງ ເຊິ່ງຈຸດເດັ່ນດັ່ງກ່າວນີ້ ເຊື່ອໄດ້ວ່າຈະສາມາດດຶງດູດຄວາມສົນໃຈໃຫ້ແກ່ບັນດານັກທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງປະເທດໄດ້ດີສົມຄວນ.
ທີ່ມາ: ຂ່າວສານອອນລາຍ ອັດຕະປື






