ໃນລະຫວ່າງວັນທີ 18-19 ມັງກອນ 2025 ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງເຄື່ອນໄຫວ ຊຸກຍູ້ ຕິດຕາມ ໜ້າວຽກການປະຕິບັດງານແກະສະລັກ ຫີນອ່ອນປາໂກໄດ ເພື່ອມາປະດິດສະຖານໃນສະຖານທີ່ສໍາຄັນຂອງແຂວງ ຢູ່ທີ່ ບໍລິສັດ ພັດທະນາຫີນປະເສີດ ລາວ-ຈີນ ຈໍາກັດ ເຂດພູກາງໂຮງ ເມືອງພູວົງ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ເຖີງສວາງ ຜູ້ຮັບຜິດຊອບ ບໍລິສັດພັດທະນາຫີນປະເສີດລາວ-ຈີນ ຈຳກັດ ພ້ອມຄະນະໃຫ້ການຕ້ອນຮັບ.
ໂອກາດດັ່ງກ່າວ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ແຈ້ງຈຸດປະສົງ ໃນການລົງມາຄັ້ງນີ້ ແມ່ນເພື່ອໃຫ້ບໍລິສັດພັດທະນາຫີນປະເສີດ ລາວ-ຈີນ ຈຳກັດ ຕົບແຕ່ງຫີນ ທີ່ມີຄວາມປານີດ ແລະ ຊຳນານ ດ້ວຍເຄື່ອງມືທັນສະໄໝ ເພື່ອໃຫ້ມີຄວາມຈົບງາມ ແລະ ລະອຽດອ່ອນທີ່ສຸດ ໃຫ້ເປັນຮູບລັກສະນະເສົາຫຼັກເມືອງ ເພື່ອຈະໄດ້ເຄື່ອນຍ້າຍ ໄປປະດັບໄວ້ເຮັດເສົາຫຼັກເມືອງຂອງແຂວງ ເຊິ່ງໜ້າວຽກໃນເມື່ອກ່ອນ ໄດ້ມີການມອບ-ຮັບ ຫີນປາໂກໄດ ລະຫວ່າງບໍລິສັດ ພັດທະນາຫີນປະເສີດ ລາວ-ຈີນ ຈຳກັດມອບໃຫ້ແຂວງອັດຕະປື ເພື່ອເຮັດເສົາຫຼັກເມືອງ ແລະ ປະດັບຢູ່ສະຖານທີ່ສໍາຄັນຂອງແຂວງອັດຕະປື ເພື່ອເປັນການອະນຸລັກຮັກສາມູນມໍລະດົກວັດຖຸມີຄ່າອັນດີງາມຂອງຊາດ ເວົ້າລວມເວົ້າສະເພາະແມ່ນຊາວແຂວງອັດຕະປື ໃຫ້ຄົນທັງຫຼາຍໄດ້ສຳຜັດກາຍເປັນບ່ອນກາບໄຫວ້ສັກກະລະບູຊາ ແລະ ຫັນເປັນແຫຼ່ງທ່ອງທ່ຽວຂອງແຂວງໃນອານາຄົດ, ໃນຈຳນວນຫີນອ່ອນທີ່ຈະໄດ້ນຳໄປປະດິດສະຖານໄວ້ທີ່ຫໍຫຼັກເມືອງ ແລະ ສະຖານທີ່ສໍາຄັນຂອງແຂວງ ອັດຕະປື ມີທັງໝົດຈຳນວນ 3 ກ້ອນ, ກ້ອນທີ 1 ປະດິດສະຖານໄວ້ທີ່ຫໍເສົາຫຼັກເມືອງຂອງແຂວງ, ມີລວງສູງທາງຍາວ 170 ເຊັງຕີແມັດ, ນ້ຳໜັກ 2,785 ກິໂລກຼາມ, ຫີນກ້ອນທີ 2 ປະດັບຢູ່ສະຖານທີ່ສຳຄັນຂອງແຂວງ ລວງສູງ: 170 ເຊັງຕີແມັດ, ມີນໍ້າໜັກ 1,912 ກິໂລກຼາມ ແລະ ກ້ອນທີ 3 ປະດັບຢູ່ສະຖານທີ່ ສຳຄັນຂອງແຂວງ, ລວງຍາວ 280 ເຊັງຕີແມັດ, ມີນໍ້າໜັກ 4,345 ກິໂລກຼາມ.
ເຊິ່ງພາຍຫຼັງທີ່ທາງບໍລິສັດ ພັດທະນາ ຫີນປະເສີດ ລາວຈີນ ຈຳກັດ ໄດ້ສຳເລັດການຜານຫີນ ຄ້າຍຄືເສົາຫລັກເມືອງແລ້ວ ແມ່ນຈະໄດ້ນຳໄປປະດິດໄວ້ ຫໍຫລັກເມືອງ ເພື່ອໃຫ້ແຂວງອັດຕະປື ເຊິ່ງຈະໄດ້ມີການຄວັດລາຍ ແກະສະລັກ ໃຫ້ເປັນເອກະລັກຂອງຊາວ ແຂວງອັດຕະປື ໃນຂັ້ນຕໍ່ໄປ.
ຂ່າວ: ມະນີວອນ





