ໃນວັນທີ 4 ເມສາ 2025 ນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ຕາງໜ້າໃຫ້ຄະນະພັກ-ອົງການປົກຄອງແຂວງເຊກອງ ກໍຄື ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ມອບເຂົ້າສານ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າເກືອບ 300 ລ້ານກີບ ເພື່ອຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ ໃຫ້ປະຊາຊົນບ້ານຕະລຸຍ ເມືອງກະລຶມ ທີ່ໄດ້ຮັບຜົນກະທົບຈາກອັກຄີໄພ (ໄຟໄໝ້ເຮືອນ), ຕາງໜ້າຮັບໂດຍ ທ່ານ ສາມໄຊ ສາຍຈືດໍາ ນາຍບ້ານໆຕະລຸຍ ໂດຍມີທ່ານ ສາຍຄໍາ ແກ້ວບຸນປານ ເຈົ້າເມືອງກະລຶມ, ທ່ານ ນາງ ຄໍາເສັງ ທຸມມະວົງສາ ຮອງປະທານສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເຄື່ອງທີ່ນໍາມາມອບຄັ້ງນີ້, ປະກອບມີເຂົ້າສານໜຽວ, ໝີ່ໄວໆ, ປາກະປ໋ອງ, ນໍ້າດື່ມ, ສາດ, ຜ້າຫົ່ມ, ເຄື່ອງນຸ່ງ-ຫົ່ມ, ເຄື່ອງກອງນໍ້າສະອາດ ທີ່ໄດ້ມາຈາກການປະກອບສ່ວນຂອງ ບໍລິສັດກົງໃຈກໍ່ສ້າງ, ບໍລິສັດສິດທິໄຊ, ບໍລິສັດດາກຈຶງສໍາຫລວດແຮ່ທາດ, ອົງການກາແດງແຂວງ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ໃນໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ສະແດງຄວາມເສຍໃຈເຫດການທີ່ເກີດຂຶ້ນ ກໍຄື ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ ຈາກເຫດການໄຟໄໝ້ເຮືອນໃນຄັ້ງນີ້, ພ້ອມທັງສະແດງຄວາມຫວັງວ່າ ການຊ່ວຍເຫລືອໃນຄັ້ງນີ້, ຈະເປັນສ່ວນໜຶ່ງໃນການແບ່ງເບົາຄວາມທຸກໂສກ ຂອງຜູ້ປະສົບໄພ ແລະ ກໍເປັນການສະແດງໃຫ້ເຫັນວ່າ ພັກ ແລະ ລັດ ກໍຄື ຄະນະພັກ-ອົງການປົກຄອງແຂວງ-ເມືອງ ເວລາໃດກໍເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ. ສະນັ້ນ, ຮຽກຮ້ອງໃຫ້ພໍ໋ແມ່ປະຊາຊົນ ຈົ່ງມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ພ້ອມກັນຜ່ານຜ່າວິກິດການຄັ້ງນີ້ໄປໄດ້ດ້ວຍດີ ແລະ ຕໍ່ສູ້ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ທ່ານ ສາມໄຊ ສາຍຈືດໍາ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານເຈົ້າແຂວງເຊກອງ ກໍຄື ອົງການປົກຄອງແຂວງ ທີ່ໄດ້ມອບເຄື່ອງຊ່ວຍເຫລືອຈຳນວນດັ່ງກ່າວ ໃຫ້ປະຊາຊົນບ້ານຕະລຸຍ ທີ່ໄດ້ຮັບຜົນກະທົບໄຟໄໝ້ເຮືອນ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ. ເຫດການໄຟໄໝ້ເຮືອນປະຊາຊົນບ້ານຕະລຸຍ ເມືອງກະລຶມ ເກີດຂຶ້ນໃນວັນທີ 3 ເມສາ ຜ່ານມາ ໂດຍມີເຮືອນປະຊາຊົນຖືກໄຟໄໝ້ໄດ້ຮັບຄວາມເສຍຫາຍຈຳນວນ 35 ຫລັງຄາເຮືອນ, ສ່ວນສາເຫດຂອງໄຟໄໝ້ ແລະ ມູນຄ່າຄວາມເສຍຫາຍ ລະອຽດ ເຈົ້າໜ້າທີ່, ອຳນາດການປົກຄອງ ແລະ ຂະແໜງການທີ່ກ່ຽວຂ້ອງຍັງຢູ່ຂັ້ນຕອນການປະເມີນ.
ຂ່າວ-ພາບ: ສັນຍາ






