ໃນວັນທີ 29 ກໍລະກົດ 2025 ນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ພ້ອມຄະນະໄດ້ລົງຕິດຕາມກວດກາເບິ່ງພື້ນທີ່ຜົນເສຍຫາຍ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງຄອບ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບ ແລະ ນໍາພາລົງເບິ່ງພື້ນທີ່ຢູ່ເມືອງໂດຍມີທ່ານ ສົມນຶກ ສິງຄໍາ ເລຂາພັກເມືອງ ພ້ອມພາກສ່ວນກ່ຽວຂ້ອງຂອງເມືອງ, ໂດຍສະເພາະແມ່ນໄດ້ລົງເບິ່ງຜົນເສຍຫາຍຂອງຊົນລະປະທານ, ເນື້ອທີ່ທໍາການຜະລິດ, ທີ່ຢູ່ອາໄສຂອງປະຊາຊົນ ໄດ້ຮັບຜົນເສຍຫາຍຈາກໄພນໍ້າຖ້ວມຄັ້ງທີສອງຄື: ມີ 18 ບ້ານ, ມີຄອບຄົວທັງໝົດ 596 ຄອບຄົວ, ໃນນັ້ນ: ຜົນກະທົບທີ່ຢູ່ອາໄສ ມີ 7 ບ້ານຄື: ບ້ານຜາບ່ອງ, ບ້ານນໍ້າພ້າວ, ບ້ານມ່ວງ-ດອນມູນ, ບ້ານເຄິ່ງຫຼັກຄໍາ, ບ້ານຖໍ້າຜາງອຍ, ບ້ານຫ້ວຍພະນ້ອຍ ແລະ ບ້ານປາງໄຮ ມີຄອບຄົວຖືກຖ້ວມທັງໝົດ 355 ຄອບຄົວ, ຜົນກະທົບກະສິກໍາແມ່ນເສຍຫາຍໜັກກວ່າໝູ່ແມ່ນເນື້ອທີ່ນາ, ສ່ວນຫຼາຍແມ່ນບໍ່ສາມາດຟື້ນຟູໄດ້ເນື່ອງຈາກວ່າດິນໄຫຼທັບຖົມ ແລະ ເຊາະເຈື່ອນ ມີ ເນື້ອທີ່ 57,30 ເຮັກຕາ, ຊົນລະປະທານເສຍຫາຍ 6 ແຫ່ງ, ໜອງປາເສຍຫາຍ 3 ໜອງ, ເສັ້ນທາງບາງບ່ອນເປ່ເພ ແລະ ບາງເສັ້ນທາງຖືກຕັດຂາດເຮັດໃຫ້ການສັນຈອນພົບຄວາມຫຍຸ້ງຍາກ ລວມມູນຄ່າເສຍຫາຍທັງໝົດ 35 ຕື້ກວ່າກີບ.

ຂ່າວ-ພາບ: ທອງແກ້ວ ພອນມະລີ


