ເມື່ອບໍ່ດົນມານີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນໄດ້ໃຫ້ການຕ້ອນຮັບການເຂົ້າພົບປະຂອງທ່ານ ຢິນ ຈຽງເທົາ ຮອງເຈົ້າຄອງຜູ້ປະຈຳການເຂດປົກຄອງຫຼຽງຊານ ແຂວງເສສວນສປຈີນ ພ້ອມຄະນະທີ່ແຂວງດັ່ງກ່າວ, ເພື່ອຈຸດປະສົງເສີມຂະຫຍາຍສາຍພົວພັນ ແລະ ລົງເລິກ ທາງດ້ານການຮ່ວມມື ລະຫວ່າງສອງພັກແລະສອງລັດລາວແລະຈີນກໍຄືຕິດຕາມສະພາບການພັດທະນາ ໃນດ້ານຕ່າງໆ ຂອງແຂວງ ເພື່ອຮ່ວມມືກັນສ້າງໂສມໜ້າໃໝ່ໃນການຮ່ວມມືມິດຕະພາບ ແລະ ການພັດທະນາຂອງ 2 ປະເທດໃຫ້ສວຍສົດງົດງາມຕະຫຼອດໄປ.
ໂອກາດດຽວກັນນີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງ ໃນການມາຢ້ຽມຢາມຂອງ ທ່ານ ຢິນ ຈຽງເທົາ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງອັນດູດດື່ມ ເຕັມໄປດ້ວຍຄວາມອົບອຸ່ນໄມຕີມິດຕະພາບ ແລະ ດ້ວຍຄວາມເປັນຫ່ວງເປັນໃຍ ຕໍ່ແຂວງໄຊສົມບູນ. ພ້ອມນັ້ນ ທ່ານ ຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມ ຢູ່ແຂວງໄຊສົມບູນ ໃຫ້ທ່ານ ຢິນ ຈຽງເທົາ ພ້ອມດ້ວຍຄະນະ ໄດ້ຮັບຊາບ.





